ສ.ເກົາຫຼີຮຽກຮ້ອງສາກົນສົມທົບກັນແກ້ໄຂຄວາມເຄັ່ງຕຶງໃນແຫຼມເກົາຫຼີ

(VOVWORLD) -ວັນທີ 18 ກັນຍາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jea in ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຮ່ວມມືກັນເພື່ອຊອກຫາມາດຕະການສະກັດກັ້ນໂຄງການນິວເຄຼຍຂອງສປປ.ເກົາຫຼີ ໂດຍສັນຕິພາບ

ສ.ເກົາຫຼີຮຽກຮ້ອງສາກົນສົມທົບກັນແກ້ໄຂຄວາມເຄັ່ງຕຶງໃນແຫຼມເກົາຫຼີ - ảnh 1 ທ່ານປະທານາທິບໍດີສ.ເກົາຫຼີ Moon Jea in

(ພາບ: AFP/TTXVN)

ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາມາດຕະການລົງໂທດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອແນໃສ່ນຳພຽງຢາງ ກັບຄືນສູ່ໂຕະເຈລະຈາ. ຄຳຮຽກຮ້ອງຖືກຍົກອອກມາໃນການພົບປະລະຫວ່າງທ່ານປະທານາທິບໍດີ Moon Jea in ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເຊິ່ງດຳເນີນໃນວັນດຽວກັນຢູ່ນິວຢອກ. ກໍ່ທີ່ການພົບປະຄັ້ງນີ້, ທ່ານປະທານາທິບໍດີສ.ເກົາຫຼີ ໄດ້ຮຽກຮ້ອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Guterres ຊ່ວຍແກ້ໄຂບັນຫານິວເຄຼຍ ຂອງສປປ.ເກົາຫຼີ ຢ່າງເປັນລະບົບ, ເຖິງຖອງ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບໃຫ້ແກ່ພາກພື້ນ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ແລະ ຄູ່ຮ່ວມຕຳແໜ່ງລັດເຊຍ Sergei Lavrov ໄດ້ເປັນເອກະພາບນຳກັນວ່າ 2 ປະເທດຈະສືບຕໍ່ຮ່ວມມືເພື່ອແກ້ໄຂຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ພິເສດແມ່ນໃນຂອບເຂດສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ