ສ.ເກົາຫຼີເນັ້ນໜັກເຖິງບົດບາດຂອງງານມະຫາກຳກິລາ Pyeong Chang ທີ່ມີຕໍ່ ສັນຕິພາບໃນແຫຼມເກົາຫຼີ

(VOVWORLD) -ວັນທີ 02 ມັງກອນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສ.ເກົາຫຼີ Do Jong hwan ໃຫ້ຂໍ້ສັງເກດວ່າ

ສ.ເກົາຫຼີເນັ້ນໜັກເຖິງບົດບາດຂອງງານມະຫາກຳກິລາ Pyeong Chang ທີ່ມີຕໍ່ ສັນຕິພາບໃນແຫຼມເກົາຫຼີ - ảnh 1

ງານມະຫາກຳກິລາລະດູໜາວ Pyeong Chang 2018 

(ພາບອີນເຕີແນັດ)

ງານມະຫາກຳກິລາລະດູໜາວ Pyeong Chang 2018 ໃກ້ຈະດຳເນີນຢູ່ສ.ເກົາຫຼີ ຈະເປີດສັງກະລາດໃໝ່ໃຫ້ແກ່ສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ແຫຼມເກົາຫຼີ. ໃນບົດກ່າວປາໄສ, ເນື່ອງໃນໂອກາດປີໃໝ່ ທີ່ສົ່ງເຖິງບັນດາພາລະກອນຂອງກະຊວງ, ທ່ານລັດຖະມົນຕີ Do Jong hwan ກໍໍຊົມເຊຍເລື່ອງສປປ.ເກົາຫຼີ ສະແດງໃຫ້ເຫັນຄວາມເອົາໃຈໃສ່ເຖິງການເຂົ້າຮ່ວມເຫດການກິລາລະດັບໂລກ ເຊິ່ງຈະຈັດຕັ້ງໃນລະຫວ່າງວັນທີ 09 – 25 ກຸມພາ ຢູ່ Pyeong Chang. ທ່ານ Do Jong hwan ໃຫ້ຮູ້ວ່າ, ແຕ່ດົນນານມາແລ້ວ, ສ.ເກົາຫຼີ ຍັງຄົງກະກຽມວຽກງານຕ່າງໆຄື: ທາງຄົມມະນາຄົມ, ເຂດຜັກພາອາໄສ, ການປ້ອງກັນຄວາມສະຫງົບປອດໄພ ແລະ ບັນດາການເຄື່ອນໄຫວອື່ນໆໃຫ້ ສປປ.ເກົາຫຼີ ອາດຈະເຂົ້າຮ່ວມ, ພ້ອມທັງຢືນຢັນວ່າ, ບັນດາບາດກ້າວລະອຽດຈະໄດ້ຮັບການປະຕິບັດຕື່ມອີກເມື່ອຈຳເປັນ, ໂດຍອີງໃສ່ເຂົ້າໃນວິວັດທະນາການຂອງບັນດາການເຈລະຈາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ