ສ.ເກົາຫຼີ​ເປີດ​ສາຍ​ຂົນ​ສົ່ງ Container ໃໝ່​ໄປ​ຍັງ ໄທ ແລະ ຫວຽດ​ນາມ

(VOVWORLD) - ວັນທີ 24 ພຶດສະພາ, ບໍລິສັດໃຫຍ່ທ່າກ່ຳປັນທະເລ Incheon ຂອງ ສ.ເກົາຫຼີ ໄດ້ປະກາດເລີ່ມຂຸດຄົ້ນສາຍຂົນສົ່ງ container ໃໝ່ ທີ່ເລີ່ມແຕ່ທ່າກ່ຳປັນ Incheon ໄປຍັງບັນດາທ່າກ່ຳປັນຂອງ ໄທ ແລະ ຫວຽດນາມ.
ສ.ເກົາຫຼີ​ເປີດ​ສາຍ​ຂົນ​ສົ່ງ Container ໃໝ່​ໄປ​ຍັງ ໄທ ແລະ ຫວຽດ​ນາມ - ảnh 1ພາບປະກອບ: YONHAP News

ສາຍທາງຂົນສົ່ງໃໝ່ນີ້ມີຊື່ວ່າ “NKT” (New Korea ThaiLan), ເລີ່ມຈາກທ່າກ່ຳປັນ Incheon, ໄປຜ່ານທ່າກ່ຳປັນ ແຫຼມຈະບັງ, ຢູ່ບັງກອກ ປະເທດ ໄທ ແລະ ທ່າກ່ຳປັນ ເຕິນກາດລ໊າຍ, ຢູ່ນະຄອນໂຮ່ຈີມິນ ຂອງ ຫວຽດນາມ. ສາຍຂົນສົ່ງໃໝ່ນີ້ຈະຈັດວາງ ກ່ຳປັນຂົນສົ່ງ 3 ລຳ ຂອງ 3 ບໍລິສັດຂົນສົ່ງທາງທະເລແມ່ນ: Korea, Chun Kyung ແລະ Namsung, ມີຖ້ຽວໜຶ່ງຕໍ່ອາທິດ.

        ບໍລິສັດໃຫຍ່ທ່າກ່ຳປັນທະເລ Incheon ປາດຖະໜາວ່າ ສາຍຂົນສົ່ງໃໝ່ນີ້ ຈະປະກອບສ່ວນເຂົ້າໃນການຊຸກຍູ້ຂົນສົ່ງສິນຄ້ານຳເຂົ້າສົ່ງອອກ, ສະໜອງການບໍລິການຂົນສົ່ງສິນຄ້າ ທີ່ເປັນປົກກະຕິ ລະຫວ່າງ ສ.ເກົາຫຼີ ແລະ ເຂດອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ