ສ.ເກົາຫຼີແຈ້ງໃຫ້ສປປ.ເກົາຫຼີຊາບກ່ຽວກັບຄະນະຜູ້ແທນເຂົ້າຮ່ວມການເຈລະຈາຂັ້ນສຸງ

(VOVWORLD) -ວັນທີ 25 ພຶດສະພາ, ກະຊວງທ້ອນໂຮມປະເທດສ.ເກົາຫຼີ ໄດ້ແຈ້ງວ່າ, ວັນທີ 29 ພຶດສະພາ, ຝ່າຍສ.ເກົາຫຼີ ໄດ້ສົ່ງບັນຊີລາຍຊື່ບັນດາເຈົ້າໜ້າທີ່ເຂົ້າຮ່ວມການເຈລະຈາສຸດຍອດດຳເນີນໃນອາທິດນີ້ໃຫ້ຝ່າຍສປປ.ເກົາຫຼີ ແລ້ວ

ສ.ເກົາຫຼີແຈ້ງໃຫ້ສປປ.ເກົາຫຼີຊາບກ່ຽວກັບຄະນະຜູ້ແທນເຂົ້າຮ່ວມການເຈລະຈາຂັ້ນສຸງ - ảnh 1 ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດສ.ເກົາຫຼີ Cho Myoung gyon

(ພາບປະກອບ: yonhapnews)

ຕາມກະຊວງດັ່ງກ່າວແລ້ວ, ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດສ.ເກົາຫຼີ Cho Myoung gyon ຈະນຳໜ້າຄະນະຜູ້ແທນລວມມີ 5 ຄົນ ເຂົ້າຮ່ວມການເຈລະຈາກັບສປປ.ເກົາຫຼີ, ເຊິ່ງຄາດວ່າຈະດຳເນີນໃນວັນທີ 01 ມິຖຸນາ. ໃນການເຈລະຈາທີ່ຈະມາເຖິງນີ້, ຄາດວ່າ 2 ຝ່າຍຈະປຶກສາຫາລືບັນດາວິທີການຜັນຈຂະຫຍາຍ “ຢ່າງວ່ອງໄວ ແລະ ມີລະບົບ” ຂອງຖະແຫຼງການ Panmunjom ເຊິ່ງການນຳ 2 ປະເທດໄດ້ຮັບຮອງເອົາທີ່ການພົບປະຄັ້ງທຳອິດຢູ່ບ້ານຢຸດຮົບ Panmunjom ເມື່ອວັນທີ 27 ເມສາ.

      ແລະກໍ່ໃນວັນດຽວກັນ, ສ.ເກົາຫຼີ ກໍ່ໃຫ້ຮູ້ວ່າ ຈະສຸມທຸກຄວາມມານະພະຍາຍາມເພື່ອສ້າງພື້ນຖານເພື່ອຜົນສຳເລັດຂອງການເຄື່ອນໄຫວທາງການທູດກັບສປປ.ເກົາຫຼີ. ຖະແຫຼງການຂອງກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ເຊິ່ງຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການປອດນິວເຄຼຍ ໂດຍສິ້ນເຊິງ ແລະ ມີສັນຕິພາບຢ່າງຍາວນານໃນແຫຼມເກົາຫຼີ.

      ໃນເຫດການທີ່ກ່ຽວຂ້ອງ, ວັນທີ 29 ພຶດສະພາ, ທ່ານ Kim Chang Son, ຫົວໜ້າຫ້ອງການຂອງການນຳສປປ.ເກົາຫຼີ, ຫົວໜ້າຄະນະເຈລະຈາຝ່າຍສປປ.ເກົາຫຼີ ໄດ້ມີໜ້າຢູ່ສິງກະໂປແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ