ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີຟື້ນຟູໂທລະສັບສາຍດ່ວນດ້ານການທະຫານ

(VOVWORLD) -ວັນທີ 14 ມິຖຸນາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຫັນດີຟື້ນຟູການເຊື່ອມຕໍ່ໂທລະສັບສາຍດ່ວນດ້ານການທະຫານ ຢູ່ລຽບຕາມບັນດາເຂດທາງທິດຕາເວັນອອກ ແລະ ຕາເວັນຕົກ ໃນການເຈລະຈາດ້ານການທະຫານຂັ້ນນາຍພົນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດ ເຊິ່ງໄດ້ດຳເນີນໃນຮອບເວລາກວ່າ 1 ທົດສະວັດຜ່ານມາ.
ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີຟື້ນຟູໂທລະສັບສາຍດ່ວນດ້ານການທະຫານ - ảnh 1 (ພາບປະກອບ: AP/Yonhap)

ຖະແຫຼງການຮ່ວມພາຍຫຼັງການເຈລະຈາໄດ້ຊີ້ແຈ້ງວ່າ, ໃນວິວັດການປຶກສາຫາລື, 2 ຝ່າຍກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບການປອດການທະຫານຢູ່ບ້ານຢຸດຮົບ Panmunjom ບົນພື້ນຖານທົດລອງຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານຢູ່ລຽບຕາມເຂດຊາຍແດນ.

      ການເຈລະຈາດ້ານການທະຫານຂັ້ນນາຍພົນດັ່ງກ່າວໄດ້ຈັດຕັ້ງຢູ່ບ້ານຢຸດຮົບ Panmunjom ຢູ່ເບື້ອງສປປ.ເກົາຫຼີ. ຄະນະຜູ້ແທນສ.ເກົາຫຼີ ລວມສະມາຊິກ 5 ຄົນ ໂດຍທ່ານພົນຈັດຕະວາ Kim Do gyun ນຳໜ້າ, ໃນຂະນະນັ້ນ, ຄະນະຜູ້ແທນຝ່າຍສປປ.ເກົາຫຼີ ກໍ່ລວມມີສະມາຊິກ 5 ຄົນ ໂດຍພົນຕີ An Ik san ນຳໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ