ສ.ເກົາຫຼີໂອ້ລົມທາງໂທລະສັບຂັ້ນລັດຖະມົນຕີກັບຄູ່ຕຳແໜ່ງຈີນ,ຍີ່ປຸ່ນ

ສ.ເກົາຫຼີໂອ້ລົມທາງໂທລະສັບຂັ້ນລັດຖະມົນຕີກັບຄູ່ຕຳແໜ່ງຈີນ,ຍີ່ປຸ່ນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ Han Min – koo ​ແລະ ຄູ່​ຕຳ​ແໜ່​ງ ຍີ່ປຸ່ນ Gen Nakatani
(ພາບ: Yonhap)

(vovworld) - ວັນ​ທີ 8/1, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ Han Min – koo ​ແລະ ຄູ່​ຕຳ​ແໜ່​ງ ຍີ່ປຸ່ນ Gen Nakatani ​ໄດ້​ພ​້ອມກັນ​ກ່າວ​ປະນາມ​ເຫດ​ທົດ​ລອງ​ນິວ​​ເຄຼຍຂອງ ສປປ ​ເກົາຫຼີ ​ເມື່ອ​ວັນ​ທີ 6/1, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນສັນຍາ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ມື​ກັບ​ບັນຫາ​ນີ້. ​ໃນ​ການ​ໂອ້​ລົມ​ທາງ​​ໂທລະສັບ​ເປັນ​ເວລາ 20 ນາທີ, ລັດຖະມົນ​ຕີ 2 ທ່າ​ນ​​ເຫັນ​ດີ​​ເປັນ​ເອກະສັນແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວຂ້ອງ​ເຖິງ ສປປ ​ເກົາຫຼີ ທົດ​ລອງ ນິວ​ເຄຼຍ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະມ​​າ​ເຖິງ​ໃນ​ຂອບ​ເຂດ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ສາກົນ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ​. ​ເກົາຫຼີ Yun Byung – se, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫວາງ​ອີ໋ ຢັ້ງຢືນ​ວ່າ: ຍາມ​ໃດ​ຈີນ​ກໍ່​ເດັດ​ດຽວ​ຢືດໝັ້ນ​ຫຼັກການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ນີ້, ພ້ອມ​ທັງ​ແກ້​ໄຂ​ບັນດາ​ບັນຫາ​ຜ່ານ​ການ​​ເຈລະຈາ. ​ເຈົ້າໜ້າ​ທ່ີ​ຜູ​້ນີ້​ກໍ​ຢ້ຳຄືນ​ຫຼັກ​ໝັ້ນ​ຂອງ ປັກ​ກິ່ງ ​ແມ່ນ ​ເດັດ​ດຽວ​ຄັດຄ້ານ​ບໍ່​ວ່າການ​ທົດ​ລອງ​ນິວ​ເຄຼຍ​ໃດໆ​ຂອງ ພຽງ​ຢາງ, ພ້ອມ​ທັງ​ສະ​ແດງ​ວ່າ ປັກ​ກິ່ງ ກຽມພ້ອມ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ ​ເຊີ​ອູ​ນ ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ສັບສົນ​ໃນ​ແຫຼມ ​ເກົາຫຼີ ​ແລະ ນຳ​ບັນຫາ​ນິວ​ເຄຼຍ ກັບ​ຄືນ​ສູ່​ໂຕະ​ເຈລະຈາ.


ຂ່າວ/ບົດ​ອື່ນ