ຫັນ​ຈຸດ​ສຸ​ມ​ຈາກ​ເລື່ອງ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ມາ​ເປັນ​ການ ປຶກ​ສາ​ຫາ​ລື ແລະ ໂຕ້​ແຍ້ງ

(VOVWORLD) -ຮ່າງມະຕິເພື່ອແນໃສ່ປະກອບສ່ວນຊຸກຍູ້ການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ນັບມື້ນັບເປັນມືອາຊີບ, ມີແບບມີແຜນ ແລະ ຍົກສູງຄຸນນະພາບ, ປະສິດທິຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງຕ່າງໆໃຫ້ຫຼາຍກ່ວາອີກ.
ຫັນ​ຈຸດ​ສຸ​ມ​ຈາກ​ເລື່ອງ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ມາ​ເປັນ​ການ ປຶກ​ສາ​ຫາ​ລື ແລະ ໂຕ້​ແຍ້ງ - ảnh 1ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໂດຍສືບຕໍ່ກອງປະຊຸມຫົວເລື່ອງກ່ຽວກັບກົດໝາຍເດືອນສິງຫາ, ຕອນເຊົ້າວັນທີ 17 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງມະຕິປະກາດໃຊ້ກົດລະບຽບກອງປະຊຸມສະພາແຫ່ງຊາດ (ສະບັບປັບປຸງ). ຮ່າງມະຕິເພື່ອແນໃສ່ປະກອບສ່ວນຊຸກຍູ້ການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ນັບມື້ນັບເປັນມືອາຊີບ, ມີແບບມີແຜນ ແລະ ຍົກສູງຄຸນນະພາບ, ປະສິດທິຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງຕ່າງໆໃຫ້ຫຼາຍກ່ວາອີກ.

ທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ສະພາແຫງຊາດ ແມ່ນອົງການໂດຍປະຊາຊົນເລືອກຕັ້ງ, ດັ່ງນັ້ນ ຮ່າງມະຕິປະກາດໃຊ້ກົດລະບຽບ ກອງປະຊຸມສະພາແຫ່ງຊາດ (ສະບັບປັບປຸງ) ຕ້ອງຮັບປະກັນລັກສະນະປະຊາທິປະໄຕ, ເພີ່ມທະວີລັກສະນະອຳນາດແຫ່ງກົດໝາຍ, ເປັນມືອາຊີບ, ທັນສະໄໝ, ເປີດເຜີຍ, ໂປ່ງໄສ, ມີວິທະຍາສາດ, ເໝາະສົມ ແລະ ມີປະສິດທິຜົນ, ຮັບມືກັບເງື່ອນໄຂຕົວຈິງຢ່າງມີໄຫວພິບ. ທ່ານກ່າວວ່າ:

ຕ້ອງຕິດແທດການກຳນົດທິດປ່ຽນແປງໃໝ່ແບບວິທີການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາແຫ່ງຊາດ, ເປັນຕົ້ນແມ່ນຮັບປະກັນສິດ  ແລະ ຍົກສູງຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ. ສິ່ງໃດຂຶ້ນກັບສິດອຳນາດຂອງສະມາຊິກສະພາແຫ່ງຊາດແມ່ນ ບໍ່ໄດ້ຈຳກັດ, ຕ້ອງຮັບປະກັນຂັ້ນຕອນຂອງກອງປະຊຸມ ເພື່ອໃຫ້ ສະມາຊິກສະພາແຫ່ງຊາດ ເສີມຂະຫຍາຍສິດໄດ້, ພ້ອມກັນນັ້ນ, ຕ້ອງຍົກສູງຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ. ຕ້ອງສືບຕໍ່ປະຕິຮູບວິທີການບໍລິຫານຫັນຈຸດສຸມຈາກສະພາແຫ່ງຊາດປະກອບຄຳເຫັນ ມາເປັນສະພາແຫ່ງຊາດປຶກສາຫາລື ແລະ ໂຕ້ແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ