ຫັນ​ເປັນ​ດີ​ຈີ​ຕອນໄດ້ກາຍ​ເປັນ​ທ່າ​ອ່ຽງ​ທີ່ຈຳ​ເປັນ ຂອງ​ທຸກ​ປະ​ເທດ

(VOVWORLD) -ທີ່ວາລະປະຊຸມ, ບັນດາຜູ້ແທນ ໄດ້ປຶກສາຫາລືກ່ຽວກັບວິທີການແກ້ໄຂຮົ້ວກີດຂວາງທີ່ກ່ຽວຂ້ອງເຖິງ ຄວາມສາມາດຈ່າຍ ຄ່າບໍລິການຂອງ ປະຊາຊົນ; ນະໂຍບາຍປ່ຽນແປງໃໝ່, ມາດຕະການຄຸ້ມຄອງ ເພື່ອອາດຈະຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຊື່ອມຕໍ່ ໃຫ້ແກ່ຜູ້ຊົມໃຊ້ຢ່າງດີທີ່ສຸດ.
ຫັນ​ເປັນ​ດີ​ຈີ​ຕອນໄດ້ກາຍ​ເປັນ​ທ່າ​ອ່ຽງ​ທີ່ຈຳ​ເປັນ ຂອງ​ທຸກ​ປະ​ເທດ - ảnh 1ທ່ານຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟານເຕິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: vietnamnet.vn)

ໃນຂອບເຂດກອງປະຊຸມ ແລະ ງານວາງສະແດງ ໂລກ ດີຈີຕອນ 2021 (ITU Digital World 2021), ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມໂຕະມົນຂັ້ນ ລັດຖະມົນຕີ ທາງໄກ ໂດຍທ່ານນາງ Doreen Bogdan Martin, ຫົວໜ້າກົມພັດທະນາ ITU ເປັນປະທານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟານເຕິມ ໃຫ້ຮູ້ວ່າ ການຫັນເປັນດີຈີຕອນ ແມ່ນທ່າອ່ຽງທີ່ຈຳເປັນ ຂອງທຸກປະເທດ. ໃນໂຄງການຫັນເປັນດີຈີຕອນແຫ່ງຊາດ, ຫວຽດນາມ ໄດ້ຍົກອອກເປົ້າໝາຍ, ວິທີການແກ້ໄຂຢ່າງຄົບຊຸດ 3 ບັນຫາ: ຕິດຕັ້ງສາຍກາບໄປຮອດແຕ່ລະຄອບຄົວ ແລະ ຜັນຂະຫຍາຍເຄືອຂ່າຍສັນຍານໂທລະສັບ 5G, ປະຊາຊົນໝົດທຸກຄົນໄດ້ນຳໃຊ້ Smartphone, ຜັນຂະຫຍາຍການບຳລຸງສ້າງທາງໄກ ໃນວົງກ້ວາງ (MOOC) ເພື່ອບຳລຸງສ້າງທັກສະດີຈີຕອນ ໃຫ້ປະຊາຊົນໝົດທຸກຄົນ ໂດຍໄວ, ບັນຫາບຳລຸງສ້າງຄືນໃໝ່ ແລະ ບຳລຸງສ້າງຜູ້ມີສີມືກໍ່ໄດ້ຮັບຄວາມເອົາໃຈໃສ່.

ທີ່ວາລະປະຊຸມ, ບັນດາຜູ້ແທນ ໄດ້ປຶກສາຫາລືກ່ຽວກັບວິທີການແກ້ໄຂຮົ້ວກີດຂວາງທີ່ກ່ຽວຂ້ອງເຖິງ ຄວາມສາມາດຈ່າຍ ຄ່າບໍລິການຂອງ ປະຊາຊົນ; ນະໂຍບາຍປ່ຽນແປງໃໝ່, ມາດຕະການຄຸ້ມຄອງ ເພື່ອອາດຈະຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຊື່ອມຕໍ່ ໃຫ້ແກ່ຜູ້ຊົມໃຊ້ຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ