ຫໍພິພິທະພັນປະຫວັດສາດແຫ່ງຊາດວາດພາບໄລຍະປະຫວັດສາດ,ວັດທະນະທຳຫວຽດນາມ

ຫໍພິພິທະພັນປະຫວັດສາດແຫ່ງຊາດວາດພາບໄລຍະປະຫວັດສາດ,ວັດທະນະທຳຫວຽດນາມ - ảnh 1
ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດຢູ່ນະຄອນ​ຫລວງ ຮ່າ​ໂນ້ຍ
(ພາບ: ອິນເຕີແນັດ)

(vovworld) –​ ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອ​ນ ສິງຫາ (19/8/1945 – 19/8/2015) ​ແລະ ວັນຊາດ​ທີ 2/9 (2/9/1945 – 2/9/2015), ຕອນ​ເຊົ້າ​ວັນ​ທີ 1/9, ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດຢູ່ນະຄອນ​ຫລວງ ຮ່າ​ໂນ້ຍ ​ໄຂ​ງານ​ວາງສະ​ແດງ “ປະຫວັດສາດ - ວັດທະນາ​ທຳ ຫວຽດນາມ”. ງານ​ວາງສະ​ແດງ​ລວມມີເກື​ອບ 300 ຮູບ​ພາບ, ​ເອກະສານ… ທີ່​ແນະນຳ​​ໂດຍສັງ​​ໄລຍະ​ທາງ​ປະຫວັດສາດ, ວັດທະນະທຳຂອງຫວຽດນາມ. ງານ​ວາງສະ​ແດງ “ປະຫວັດສາດ - ວັດທະນະທຳ ຫວຽດນາມ” ​ໄດ້​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈຕໍ່​ປະ​ເທດ​ຊາດ, ​ເຈດ​ຈຳນົງ​ເອກະລາດ, ປະຊາທິປະ​ໄຕ​ແຫ່ງ​ຊາດ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ ​ແລະ ​ໂຄສະນາ​ ​ບັນດາ​ວັດທະນະທຳ​ທີ່​​ເປັນ​ເອກະລັກ​ສະ​ເພາະ ​ແລະ ພົ້ນ​ເດັ່ນຂອງ​ບັນດາ​ເຜົ່າ​ ຫວຽດນາມ.

ຂ່າວ/ບົດ​ອື່ນ