ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ
photo:internet
|
(vovworld)-ຕອນເຊົ້າວັນທີ 26/8, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ, ຫົວຫນ້າຄະນະຊີ້ນຳສະຫລຸບ 5 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 7 ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ໄດ້ລົງຢ້ຽມຢາມຕ່ອງໂສ້ການຜະລິດເຂົ້າສານຂອງບໍລິສັດຫຸ້ນສ່ວນຮັກສາພັນພືດ ອານຢາງ, ໂອ້ລົມກັບຊາວກະສິກອນຕາແສງ ທ້ວາຍຢາງ, ເມືອງທ້ວາຍເຊີນ ແຂວງ ອານຢາງ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຢືນຢັນວ່າ: ຈຸດປະສົງຂອງມະຕິດັ່ງກ່າວແມ່ນເຮັດໃຫ້ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ຫລຸດຜ່ອນຄວາມແຕກໂຕນລະຫວ່າງຜູ້ຮັ່ງມີ ແລະ ທຸກຍາກ ລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ສະເຫນີ ເມືອງ ທ້ວາຍເຊີນ ພັດທະນາອາຊີບເສີມ ແລະ ບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງໃຫ້ເໝາະສົມກັບທ້ອງຖິ່ນ, ເພີ່ມທະວີການສອນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຊົນນະບົດ ກໍຄືຍົກສູງຊີວິດການເປັນຢູ່, ລາຍຮັບໃຫ້ແກ່ປະຊາຊົນ.