ຫົວຂໍ້ເຄັ່ງຮ້ອນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ G7

(VOVWORLD) - ກອງປະຊຸມລັດຖະມົນຕີ G7 ແມ່ນໂອກາດ ເພື່ອໃຫ້ ຍິ່ປຸ່ນ ຮຽກຮ້ອງໃຫ້ບັນດາປະເທດອື່ນເຊິ່ງເປັນສະມາຊິກ G7 ສຸມໃສ່ບັນຫາຄວາມໝັ້ນຄົງມະຫາສະໝຸດອິນເດຍ - ປາຊີຟິກ
ຫົວຂໍ້ເຄັ່ງຮ້ອນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ G7 - ảnh 1ພາບປະກອບຈາກ Reuters

ໂຄງການດຳເນີນງານຂອງກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7), ຄາດວ່າຈັດຂຶ້ນຢູ່ນະຄອນ Karuizawa ຂອງປະເທດ ຍີ່ປຸ່ນ ໃນລະຫວ່າງວັນທີ 16 – 18 ເມສາ, ຈະສຸມໃສ່ບັນຫາຄວາມໝັ້ນຄົງຂອງເອີລົບ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

        ກອງປະຊຸມລັດຖະມົນຕີ G7 ແມ່ນໂອກາດ ເພື່ອໃຫ້ ຍິ່ປຸ່ນ ຮຽກຮ້ອງໃຫ້ບັນດາປະເທດອື່ນເຊິ່ງເປັນສະມາຊິກ G7 ສຸມໃສ່ບັນຫາຄວາມໝັ້ນຄົງມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງຖືການປະທະກັນຢູ່ ຢູແກຼນ ແມ່ນບັນຫາທົ່ວໂລກ ຫາກບໍ່ແມ່ນບັນຫາສະເພາະຂອງເອີລົບເອງ.

        ກອງປະຊຸມລັດຖະມົນຕີ G7, ມີການເຂົ້າຮ່ວມຂອງບັນດາຜູ້ນຳໜ້າຂະແໜງການທູດ ປະເທດຕ່າງໆຄື: ອາເມລິກາ, ຍີ່ປຸ່ນ, ເຢຍລະມັນ, ອັງກິດ, ຝລັ່ງ, ການາດາ, ອີຕາລີ ແມ່ນເຫດການເປີດສາກໃຫ້ແກ່ກອງປະຊຸມສຸດຍອດ G7 ໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເປັນປະທານ, ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 19 – 21 ພືດສະພາ ຢູ່ນະຄອນ Hiroshima.

ຕອບກັບ

ຂ່າວ/ບົດ​ອື່ນ