ຫວັງວ່າວິສາຫະກິດອິນເດຍຊຸກຍູ້ການຮ່ວມມື,ລົງທຶນຢູ່ຫວຽດນາມ

ຫວັງວ່າວິສາຫະກິດອິນເດຍຊຸກຍູ້ການຮ່ວມມື,ລົງທຶນຢູ່ຫວຽດນາມ - ảnh 1
ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ​ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ ອິນ​ເດຍ
(ພາບ: Doãn Tấn/TTXVN)

(vovworld) –  ​ຕອ​ນ​ບ່າຍ​ວັນ​ທີ 2/11, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ ອິນ​ເດຍ ໂດຍ​ທ່ານ Naushad Forbes, ປະ​ທານ​ສະ​ຫະ​ພັນ, ທັງ​ເປັນ​ປະ​ທານກ​ຸ່ມ​ບໍ​ລິ​ສັດ Forbes Masha Pvt Ltd ນຳ​ໜ້າ​ມາ​ຢ້ຽມ​ຢາມ ແລ​​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ເວືອງ​ດິ່ງ​ເຫ້ວ ສະ​ແດງ​ຄວາມ​​ປາດ​ຖະ​ໜາ​ຢາກ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ຫຼາຍ​ກ່​ວາ​ອີກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ລ້ວນ​ແຕ່​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ເຂັ້ງ​ແຂງ​ຂອງ ອິນ​ເດຍ, ພວມ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ບັນ​ດາ​ຂົງ​ເຂດ​ທີ່ ຫວຽດ​ນາມ ​ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ຄື​ພະ​ລັງ​ງານ​ໄຟ​ຟ້າ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເ​ໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ ຊຸກ​ຍູ້​ກາ​ນ​ຮ່ວມ​ມື, ລົງ​ທຶນ​​ເຂົ້າບັນ​ດາ​ໂຄງ​ການ​​ແຜນການໄຟ​ຟ້າ​ເລກ 7 ຂອງ ຫວຽດ​ນາມ, ພິ​ເສດ​ແມ່ນ​ຊຸກ​ຍູ້​ໂຄງ​ການ​ໄຟ​ຟ້າ​​ພະ​ລັງຄວາມ​ຮ້ອນ ລອງ​ແຄ໋ງ. ນອກນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ ກໍ່​ສາ​ມາດ​ເຂົ້າ​ຮ່ວມ​ບັນ​ດາ​​ລະ​ບົບມູນ​ຄ່າ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ມີ​ຜົນ​ສັກ​ສິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ Naushad Forbes ໃຫ້​ຮູ້​ວ່າ, ການ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ​​ຢູ່ ຫວຽດ​ນາມ ຂອງ​ສະ​ຫະ​ພັນ​ເພື່ອ​ຫັນ​ບັນ​ດາ​ເນື້ອ​ໃນ​ການ​ເຮັດ​ວຽກ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narenda Modi ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເມື່ອ​ເດືອນ 9 ຢູ່ ຫວຽດ​ນາມ ໃຫ້​ເປັນ​ລະ​ອຽດ, ສະ​ແດງ​​ໃຫ້​ເຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ ແລະ ນະ​ໂຍ​ບາຍ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນ​ອອກ​ຂອງ ລັດ​ຖະ​ບານ ອິນ​ເດຍ.

        ແລະ​ກໍ່​ໃນ​ວັນ​ທີ 2/11, ຢູ່​ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ​ໄດ້ສົມ​ທົບ​ກັບ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ອິນ​ເດຍ.


ຂ່າວ/ບົດ​ອື່ນ