ຫວນຄືນບັນຍາກາດຕ້ອນຮັບບຸນເຕັດຢູ່ພະລາດຊະວັງ ທັງລອງ

(VOVWORLD) -ຈຸດພົ້ນເດັ່ນຂອງເຂດວາງສະແດງບຸນເຕັດ 2023 ດັ່ງກ່າວແມ່ນມີບັນດາຮີດຄອງປະເພນີ ຄື: ຮີດຄອງປະເພນີບູຊາບັນພະບຸລຸດ, ອວຍພອນປີໃໝ່, ຂໍຕົວໜັງສືຍາມຕົ້ນປີໃໝ່…
ຫວນຄືນບັນຍາກາດຕ້ອນຮັບບຸນເຕັດຢູ່ພະລາດຊະວັງ ທັງລອງ - ảnh 1(ເຂດວາງສະແດງບຸນເຕັດປະເພນີ)

        ເພື່ອຕ້ອນຮັບບຸນເຕັດປີເຖາະ 2023, ນັບແຕ່ຊຸມມື້ບຸນປີໃໝ່ສາກົນ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ. ໃນນັ້ນ, ການເຄື່ອນໄຫວທຳອິດແມ່ນເຂດວາງສະແດງບຸນເຕັດປະເພນີ ດຳເນີນໃນວັນທີ 01 ມັງກອນ, ຫວນຄືນບັນຍາກາດຕ້ອນຮັບບຸນເຕັດຢ່າງອົບອຸ່ນ ຕາມຮີດຄອງປະເພນີອັນດີງາມໃນຊຸມມື້ບຸນເຕັດ, ອັນໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈຳນວນຫຼາຍ.

        ຈຸດພົ້ນເດັ່ນຂອງເຂດວາງສະແດງບຸນເຕັດ 2023 ດັ່ງກ່າວແມ່ນມີບັນດາຮີດຄອງປະເພນີ ຄື: ຮີດຄອງປະເພນີບູຊາບັນພະບຸລຸດ, ອວຍພອນປີໃໝ່, ຂໍຕົວໜັງສືຍາມຕົ້ນປີໃໝ່… ເອື້ອຍ ຫວູທິທູຮ່າ, ປະຊາຊົນເຂົ້າຮ່ວມການເຄື່ອນໄຫວ, ແບ່ງປັນວ່າ:

        “ງານວາງສະແດງໄດ້ເຮັດໃຫ້ຂ້າພະເຈົ້ານຶກຄິດຄວາມຊົງຈຳໃນເມື່ອກ່ອນ, ແນ່ນອນວ່າ ລຸ້ນຄົນເກີດຊຸມປີ 70, 80 ໄດ້ເຫັນຫຼາຍກວ່າ. ຕົວຢາງຄື: ພາບແຕ້ມ ດົງໂຮ່, ເດັກນ້ອຍປະຈຸບັນພຽງຮູ້ຈັກຜ່ານໂທລະພາບ, ຫາກບໍ່ຮູ້ຂັ້ນຕອນລະອຽດຂອງການແຕ້ມຄືພວກຂ້າພະເຈົ້າໃນເມື່ອກ່ອນ, ແລ້ວບັນດາຮ້ານວາງສະແດງກະປຸກອອມສິນໂຕໝູເຮັດດ້ວຍດິນ ເຮັດໃຫ້ຂ້າພະເຈົ້ານຶກເຖິງພໍ່ແມ່ທີ່ມັກຊື້ມາໃຫ້ເພື່ອທ້ອນເງິນ, ຢອດກະປຸກ ໃນຊຸມມື້ບຸນເຕັດ”.

ຕອບກັບ

ຂ່າວ/ບົດ​ອື່ນ