(VOVWORLD) - ວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳແຫ່ງຊາດ - TECHFEST ຫວຽດນາມ 2025 ດ້ວຍຫົວຂໍ້ “ເລີ່ມຕົ້ນທຸລະກິດປະດິດຄິດສ້າງທົ່ວປວງຊົນ - ກຳລັໜູນເຕີບໂຕໃໝ່” ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 13 ທັນວາ, ຢູ່ສະໜາມຫຼວງ ດົງກິງເຫງຍທູກ (ຮ່າໂນ້ຍ).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ ແລະ ປະກາດໃຊ້ຫຼາຍແຜນນະໂຍບາຍ, ກົນໄກ, ນະໂຍບາຍຊຸກຍູ້ການເລີ່ມຕົ້ນທຸລະກິດ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ກົມການເມືອງໄດ້ປະກາດໃຊ້ມະຕິຍຸດທະສາດສະບັບຕ່າງໆໃນຫຼາຍຂົງເຂດ, ໃນນັ້ນ ມີມະຕິສະບັບເລກທີ 57, 59, 66, 68, 70, 71, 72… ກຳນົດວ່າ ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແມ່ນບຸກທະລຸແກ່ນສານ.
ທ່ານນາຍົກລັດຖະມົນຕີ ຊີ້ໃຫ້ເຫັນບາງໜ້າທີ່ທີ່ຕ້ອງປະຕິບັດໃນໄລຍະຈະມາເຖິງເພື່ອນຳ ຫວຽດນາມ ກາຍເປັນປະເທດເລີ່ມຕົ້ນທຸລະກິດ, ນະວັດຕະກຳ, ເພື່ອໃຫ້ ຫວຽດນາມ ສືບຕໍ່ມີບໍລິສັດ “ຢູນີຄອນ” ເຕັກໂນໂລຢີ, ເພື່ອໄປທັນ ແລະ ທຽບທັນ ແລະ ສາມາດບືນຕົວຂຶ້ນໃນກະແສເຕັກໂນໂລຢີທົ່ວໂລກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ວິສາຫະກິດ, ນັກລົງທຶນ, ຕ້ອງເສີມຂະຫຍາຍບົດບາດເປັນໃຈກາງຂອງນະວັດຕະກຳ; ເປັນເຈົ້າການລົງທຶນເຕັກໂນໂລຢີ, ຮູບແບບໃໝ່ ແລະ ເຂົ້າຮ່ວມການຫຼໍ່ລ້ຽງ, ເພີ່ມລະດັບຄວາມໄວຂອງບັນດາຜູ້ເລີ່ມຕົ້ນທຸລະກິດ; ປະຊາຊົນ; ໂດຍສະເພາະແມ່ນລຸ້ນໜຸ່ມ, ເສີມຂະຫຍາຍຈິດໃຈເລີ່ມຕົ້ນທຸລະກິດ, ກ້າຄິດ, ກ້າທຳ, ກ້າຍອມຮັບຄວາມສ່ຽງ; ກາຍເປັນວັດທະນະທຳນະວັດຕະກຳໃນທົ່ວສັງຄົມ.
ລ້າຍຮວາ