ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳໃຊ້​ຄວາມ​ຮຸນ​ແຮງ ແນ​ໃສ່​ສາ​ມັນ​ຊົນ ຢູ່ ເອ​ທີ​ໂອ​ປີ

(VOVWORLD) - ສຳລັບບັນດາການເຄື່ອນໄຫວບຸກໂຈມຕີແນໃສ່ສາມັນຊົນ, ບັນດາພື້ນຖານໂຄງລ່າງພົນລະເຮືອນທີ່ຈຳເປັນ ແລະ ບັນດາອົງການ, ພະນັກງານຊ່ວຍເຫຼືອມະນຸດສະທຳນັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ໄດ້ກ່າວປະນາມ ແລະ ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳເຫຼົ່ານັ້ນໃນທັນທີ.
ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳໃຊ້​ຄວາມ​ຮຸນ​ແຮງ ແນ​ໃສ່​ສາ​ມັນ​ຊົນ ຢູ່ ເອ​ທີ​ໂອ​ປີ - ảnh 1ຫວຽດນາມ ຮຽກຮ້ອງໃຫ້ຢຸດຕິບັນດາການເຄື່ອນໄຫວບຸກໂຈມຕີແນໃສ່ສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ ໃນທັນທີ (ພາບ: AFP/TTXVN)

ວັນທີ 2 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມໂດຍກົງ ປຶກສາຫາລືກ່ຽວກັບສະພາບການຢູ່ ເອທີໂອປີ ຊຶ່ງມີການເຂົ້າຮ່ວມຂອງທ່ານ  Rosemary DiCarlo ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາການເມືອງສັນຕິພາບ ແລະ ທ່ານ  Ramesh Rajasingham ຮອງເລຂາທິການໃຫຍ່ ຜູ້ປະຈຳການ ສປຊ ຮັບຜິດຊອບກ່ຽວກັບບັນດາບັນຫາມະນຸດສະທຳ ແລະ ກູ້ໄພກູ້ຊີບ ພ້ອມດ້ວຍຜູ້ຕາງໜ້າ ເອທີໂອປີ. ບັນດາປະເທດກຳມະການສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ Tigray, ເອທີໂອປີ ຍັງບໍໍ່ທັນໄດ້ມີການປົວແປງ, ພິເສດແມ່ນສະພາບການມະນຸດສະທຳທີ່ຮ້າຍແຮງ ແລະ ການໃຊ້ຄວາມຮຸນແຮງແນໃສ່ສາມັນຊົນ, ພະນັກງານຊ່ວຍເຫຼືອມະນຸດສະທຳ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ Tigray ເຊັ່ນດຽວກັນ. ສຳລັບບັນດາການເຄື່ອນໄຫວບຸກໂຈມຕີແນໃສ່ສາມັນຊົນ, ບັນດາພື້ນຖານໂຄງລ່າງພົນລະເຮືອນທີ່ຈຳເປັນ ແລະ ບັນດາອົງການ, ພະນັກງານຊ່ວຍເຫຼືອມະນຸດສະທຳນັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ໄດ້ກ່າວປະນາມ ແລະ ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳເຫຼົ່ານັ້ນໃນທັນທີ, ປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນ, ປົກປ້ອງສາມັນຊົນ, ປົກປັກຮັກສາບັນດາພື້ນຖານໂຄງລ່າງທີ່ຈຳເປັນ ແລະ ບໍ່ກີດຂວາງບັນດາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳ. ບັນດາຝ່າຍກໍຕ້ອງຊຸກຍູ້ການເຈລະຈາ, ໄກ່ເກ່ຍ, ຊອກຫາມາດຕະການຍາວນານ ແລະ ເໝາະສົມ, ໃນນັ້ນ, ຖືຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ