ຫວຽດນາມ ກຽມພ້ອມຍິງດາວທຽມ ສຳຫຼວດທາງໄກ VNREDSat - 1

ຫວຽດນາມ ກຽມພ້ອມຍິງດາວທຽມ ສຳຫຼວດທາງໄກ VNREDSat - 1 - ảnh 1
ດາວ​ທຽມ​ສຳ​ຫຼວດທາງ​ໄກ VNREDSat - 1
(ພາບ: chinhphu.vn)


(vovworld) - ​ດາວ​ທຽມ​ສຳ​ຫຼວດທາງ​ໄກທຳ​ອິດ​ຂອງ​ຫວຽດນາມ ມີ​ຊື່ວ່າ VNREDSat -1 ຈະ​ໄດ້​ຍິງ​ໃນ​ເວລາ 09​ ໂມງ 6​ ນາທີ ວັນ​ທີ 04/05/2013 (ຕາມ​ເວລາ ຫວຽດນາມ). ພາຍ​ຫຼັງ​ດາວ​ທຽມເຂົ້າ​ວົງ​ໂຄຈອນ, ດາວ​ທຽມ VNREDSat – 1 ຈະ​ຊ່ວຍ​ຫວຽດນາມ ​ເປັນ​ເຈົ້າ​ການ​ສະໜອງຮູບ​ຖ່າຍ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ບັນດາ​ກະຊວງ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງການ​ນຳ​ໃຊ້​ຮູບ​ຖ່າຍ​ຈາກດາວ​ທຽມ​ສຳ​ຫຼວດທາງ​ໄກ ​ເພື່ອຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ພິ​ເສດ, ດາວ​ທຽມຈະ​ປະກອບສ່ວນ​ຕີ​ລາຄາ ​ແລະ ຮັບ​ມີ​ກັບ​ໄຟ​ໄໝ້​ປາ, ພະຍຸ​ນ້ຳ​ຖ້ວມ ​ແລະ ບັນດາ​ໄພ​ທຳ​ມະ​ຊາດ​ອື່ນໆ, ​ໂດ​ຍສະ​ເພາະ​ແມ່ນ​ນ້ຳ​ທະ​ເລ​ຂຶ້ນ​ສູງ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຕາມ ປະລິ​ຍາ​ເ​ອກ ບຸ​ຍຈ້ອງ​ຕວຽນ, ຮອງ​ຫົວໜ້າ​ສະຖານ​ບັນ​ເຕັກ​ໂນ​ໂລ​ຊີ​ອະວະ​ກາດ​ແລ້ວ, ​ໂຄງການ VNREDSat -1 ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 56 ລ້າ​ນ​ເອີ​ໂລ. ​ເພີ່​ອກະກຽມ​ໃຫ້​ແກ່​ການ​ຮັບ​ເອົາ ​ແລະ ການເຄື່ອນ​ໄຫວຂອງດາວ​ທຽມ VNREDSat – 1, ຢູ່​ຫວຽດນາມ​ໄດ້​ຜັນ​ຂະຫຍາຍ 3 ສະຖານີ​ຢູ່​ໜ້າດິນ​ເພື່ອ​ບໍລິຫານ, ຮັບ​ເອົາ ​ແລະ ​ແກ້​ໄຂ​ສັນຍານ​ຈາກ​ດາວ​ທຽມ​ເຊິ່ງລວມມີ, ສູນ​ບໍລິຫານ, ສະຖານີ​ສົ່ງ​ສັນຍານ​ບັນຊາ​ດາວ​ທຽມ, ສະຖານີຮັບ​ເອົາຮູບຖ່າຍ​ຈາກ​ດາວ​ທຽມ.

ຂ່າວ/ບົດ​ອື່ນ