(vovworld) - ເວທີປາໄສສົ່ງເສີມການຄ້າ ແລະ ໜູນຊ່ວຍການສົ່ງອອກຄັ້ງທີ 29 (Forum Expo 29) ຫາກໍດຳເນີນໄປຢູ່ນະຄອນ Bobigny, ທາງພາກເໜືອນະຄອນຫຼວງປາຣີ, ປະເທດຝລັ່ງ, ເພື່ອແນໃສ່ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບບັນດາຕະຫຼາດຕ່າງປະເທດໃຫ້ແກ່ວິສາຫະກິດຝລັ່ງ. ນອກຈາກອົງການການຄ້າຂອງຝລັ່ງ, ເວທີປາໄສຍັງມີການເຂົ້າຮ່ວມຂອງຜູ້ຕ່າງໜ້າບັນດາອົງການການຄ້າທີ່ມາຈາກ 16 ປະເທດຂອງ 5 ທະວີບໃນໂລກ, ໃນນັ້ນມີຫວຽດນາມ.
ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບເຫດການດັ່ງກ່າວ, ທ່ານ ຫງວຽນແກງເກື່ອງ, ທີ່ປຶກສາການຄ້າຂອງສະຖານທູດຫວຽດນາມ ປະຈຳຝລ່ັງ ໃຫ້ຮູ້ວ່າ.
“ປະຈຸບັນ, ຝລັ່ງ ພວມມີທິດຫັນປ່ຽນຍຸດທະສາດ, ບໍ່ສະເພາະແຕ່ບັນດາອົງການລັດຖະບານເທົ່ານັ້ນ ຫາກບັນດາວິສາຫະກິດອີກດ້ວຍ ເພາະລາຍຈ່າຍໃຫ້ແກ່ການລົງທຶນ ແລະ ດຳເນີນທຸລະກິດຢູ່ຝລ່ັງ ນັບມື້ນັບເພີ່ມຂຶ້ນ, ເຊິ່ງເຮັດໃຫ້ຄວາມສາມາດແກ່ງແຍ້ງຂອງບັນດາວິສາຫະກິດຝລັ່ງ ປະສົບກັບຄວາມຫຍຸ້ງຍາກ. ໃນຂະນະນັ້ນ, ຢູ່ບັນດາຕະຫຼາດທີ່ພວມພົ້ນເດັ່ນຢູ່ອາຊີຕາເວັນອອກສ່ຽງໃຕ້ ພວມມີທ່າແຮງ, ບໍ່ພຽງແຕ່ຕະຫຼາດນັບມື້ນັບໄດ້ຮັບການເປີດກວ້າງ, ກຳລັງຊື້ສິນຄ້າຂອງຜູ້ບໍລິໂພກ, ອຸປະໂພກເພີ່ມຂຶ້ນເທົ່ານັ້ນ, ຫາກບັນດາປັດໃຈສະດວກອື່ນໆອີກຄື; ລາຍຈາຍໃຫ້ແກ່ການຜະລິດດຳເນີນທຸລະກິດ, ໃຫ້ບຸລິມະສິດເປີດປະຕູ… ກໍ່ພວມສົ່ງເສີມບັນດາວິສາຫະກິດຝລັ່ງ ລົງທຶນຢູ່ນອກປະເທດເພື່ອຂຸດຄົ້ນບັນດາກາລະໂອກາດດຳເນີນທຸລະກິດໃໝ່ ແລະ ສ້າງຕັ້ງການພົວພັນກັບຄູ່ຄ້າໃໝ່”.