ຫວຽດນາມ ຄວ້າໄດ້ລາງວັນສູງທີ່ການເສັງປະດິດຄິດສ້າງ ແລະ startup ຈີນ - ອາຊຽນ

(VOVWORLD) -ກຸ່ມນັກຄົ້ນຄວ້າສະມາຊິກ 20 ຄົນ, ລວມມີທ່ານໝໍ, ນັກວິສະວະກອນ ແລະ ນັກສຶກສາ.
ຫວຽດນາມ ຄວ້າໄດ້ລາງວັນສູງທີ່ການເສັງປະດິດຄິດສ້າງ ແລະ startup ຈີນ - ອາຊຽນ - ảnh 1ກຸ່ມນັກຄົ້ນຄວ້າມາຈາກມະຫາວິທະຍາໄລສາກົນ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເປັນກຽດຮັບລາງວັນທີ 2
(ພາບ: TTXVN)

       ວັນທີ 17 ກຸມພາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ກຸ່ມນັກຄົ້ນຄວ້າມາຈາກມະຫາວິທະຍາໄລສາກົນ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເປັນກຽດຮັບລາງວັນທີ 2 (ບໍ່ມີລາງວັນທີ 1) ໃນການເສັງປະດິດຄິດສ້າງ ແລະ startup ຈີນ - ອາຊຽນ (CAIEC) ປີ 2022 ໃຫ້ຊອບແວປະດິດສ້າງ “Brain Analytics”. ນີ້ແມ່ນຊອັບແວຊ່ວຍກວດພົບຄົນເຈັບເປັນພະຍາດ Alzheimer ດ້ວຍວິທີວິເຄາະພາບຖ່າຍສະໝອງ MRI.

        ກຸ່ມນັກຄົ້ນຄວ້າສະມາຊິກ 20 ຄົນ, ລວມມີທ່ານໝໍ, ນັກວິສະວະກອນ ແລະ ນັກສຶກສາ. ໃນເບື້ອງຕົ້ນ, Brain Analytics ວາງເປົ້າໝາຍໃຫ້ໄດ້ຮັບການໜູນຊ່ວຍຈາກປະຊາຄົມ startup ແລະ ການແພດ ອາຊີ ເພື່ອພັດທະນາໂຄງການຢູ່ນອກ ຫວຽດນາມ ໃນອະນາຄົດ. ນອກຈາກ “Brain Analytics” ທີ່ໄດ້ຮັບລາງວັນທີ 2 CAIEC 2022 ຍັງໄດ້ຮັບລາງວັນໃຫ້ກິດຈະກຳຄົ້ນຄວ້າໃນຂົງເຂດການແພດຊີວະວິທະຍາ,  ວິທີປິ່ນປົວຈຸລັງ ເພື່ອປິ່ນປົວພະຍາດເບົາຫວານ type 1 ຂອງທ່ານນາງສາດສະດາຈານ ດັ້ງຖຸຍເຈິມ (ຊາວ ສິງກະໂປ ເຊື້ອຊາດ ຫວຽດນາມ).

ຕອບກັບ

ຂ່າວ/ບົດ​ອື່ນ