ຫວຽດນາມ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງ ວັນປ້ອງກັນ, ຕ້ານລູກລະເບີດ ແລະ ໝາກມິນ ທົ່ວໂລກ

(VOVWORLD) -ຫວຽດນາມ ກໍໄດ້ຈັດຕັ້ງ ບັນດາເຫດການຕ່າງໆ ເພື່ອຕອບສະໜອງວັນປ້ອງກັນ ແລະ ຕ້ານລູກລະເບີດ ແລະ ໝາກມິນທົ່ວໂລກ. 

“ດິນແດນແຫ່ງສະຫງົບປອດໄພ” ແມ່ນຫົວຂໍ້ ທີ່ສະຫະປະຊາຊາດໄດ້ຄັດເລືອກສໍາລັບວັນປ້ອງກັນ ແລະ ຕ້ານລູກລະເບີດ ແລະ ໝາກມິນທົ່ວໂລກ ຄືວັນທີ 4 ເມສາ 2019. ເນື່ອງໃນໂອກາດນີ້, ຫວຽດນາມ ກໍໄດ້ຈັດຕັ້ງ ບັນດາເຫດການຕ່າງໆ ເພື່ອຕອບສະໜອງວັນປ້ອງກັນ ແລະ ຕ້ານລູກລະເບີດ ແລະ ໝາກມິນທົ່ວໂລກ. ທີ່ການຖະແຫຼງຂ່າວ ຈັດຂຶ້ນໃນຕອນເຊົ້າວັນທີ 2 ເມສາ ຢູ່ຮ່າໂນ້ຍ, ທ່ານ ພັນເອກ ຫງວຽນແຮ້ງຟຸກ, ຮອງຜູ້ອໍານວຍການສູນກາງເຄື່ອນໄຫວກ່ຽວກັບລູກລະເບີດ ແລະ ໝາກມິນ ແຫ່ງຊາດ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຈະຈັດຕັ້ງງານຊຸມນຸມມິດຕິງຢູ່ນະຄອນ ດົງຮ່າ ແຂວງກວາງຈິ ຂອງຫວຽດນາມ, ເຊິ່ງເປັນທ້ອງຖິ່ນໜຶ່ງ ທີ່ຖືກຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ໝາກມິນຢ່າງໜັກໜ່ວງ; ໂຄສະນາຢູ່ໂຮງຮຽນແຫ່ງຕ່າງໆຂອງແຂວງ ເພື່ອຊ່ວຍໃຫ້ພວກ ນ້ອງໆນັກຮຽນຮັບຮູ້, ຫຼີກລ້ຽງການເກີດອຸປັດຕິເຫດຈາກລູກລະເບີດ ແລະ ໝາກມິນ. ກ່ອນໜ້ານັ້ນ ກໍໄດ້ຈັດຕັ້ງ 2 ກອງປະຊຸມສໍາມະນາສາກົນ ຢູ່ ສໍານັກງານຂອງ ສປຊ (ຢູ່ນິວຢອກ, ປະເທດ ອາເມລິກາ) ແລະ ຢູ່ນະຄອນຫຼວງ ວໍຊີງຕັນ DC. 2 ກອງປະຊຸມສໍາມະນາດັ່ງກ່າວ ໄດ້ສະແດງໃຫ້ເຫັນທ່າທີ, ໜ້າທີ່ຄວາມຮັບຜິດຊອບຂອງລັດຖະບານຫວຽດນາມ ຕໍ່ຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະ ລູກລະເບີດ, ໝາກມິນເວົ້ນສະເພາະ. ພ້ອມກັນນັ້ນ ເພື່ອໃຫ້ບັນດາປະເທດທີ່ກໍ່ໃຫ້ເກີດສົງຄາມ ຄວນມີການກະທໍາລະອຽດສໍາລັບຜົນຮ້າຍຢ້ອນຫຼັງຈາກສົງຄາມນັ້ນປະໄວ້”. 

ຕອບກັບ

ຂ່າວ/ບົດ​ອື່ນ