ຫວຽດນາມ ຈັດ​​ຖ​້ຽວບິນ​ສົ່ງ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ຢູ່ ກີ​ເນ ​ເອກົວ​ຕໍຣີອານ​ ກັບ​ເມືອ​ປະ​ເທດ

(VOVWORLD) -  ຕອນເຊົ້າວັນທີ 28 ກໍລະກົດ, ຖ້ຽວບິນຂົນສົ່ງແພດໝໍ ສັງກັດໂຮງໝໍພະຍາດເຂດຮ້ອນສູນກາງ ໄປຮັບຊາວຜູ້ອອກແຮງງານຫວຽດນາມ ຢູ່ ກີເນ ໄອກົວຕໍຣີອານ ໄດ້ບິນຂຶ້ນຈາກສະໜາມບິນສາກົນໂນ້ຍບາຍ, ຮ່າໂນ້ຍ. 
ຫວຽດນາມ ຈັດ​​ຖ​້ຽວບິນ​ສົ່ງ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ຢູ່ ກີ​ເນ ​ເອກົວ​ຕໍຣີອານ​ ກັບ​ເມືອ​ປະ​ເທດ - ảnh 1ນີ້ແມ່ນຖ້ຽວບິນຮັບຜູ້ຕິດເຊື້ອໂຄວິດ - 19 ຢູ່ຕ່າງປະເທດກັບມາປະເທດຖ້ຽວທໍາອິດ, ໂດຍບໍ່ເຄີຍມີມາກ່ອນຢູ່ຫວຽດນາມ (ພາບ: vov.vn)

      ຕາມແຜນການ, ຄະນະຈະຮັບພົນລະເມືອງຫວຽນາມ ຈໍານວນ 219 ຄົນ, ໃນນັ້ນ ມີ 120 ຄົນ ຕິດເຊື້ອພະຍາດໂຄວິດ - 19. ນີ້ແມ່ນຖ້ຽວບິນຮັບຜູ້ຕິດເຊື້ອໂຄວິດ - 19 ຢູ່ຕ່າງປະເທດກັບມາປະເທດຖ້ຽວທໍາອິດ, ໂດຍບໍ່ເຄີຍມີມາກ່ອນຢູ່ຫວຽດນາມ. ຄາດວ່າ ຕອນບ່າຍວັນທີ 29 ກໍລະກົດ,ຖ້ຽວບິນດັ່ງກ່າວຈະກັບມາຮອດຫວຽດນາມ.

        ກ່ອນໜ້ານັ້ນ, ວັນທີ 26 ແລະ 27 ກໍລະກົດ, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈໍາ ອາເມລິກາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ອາເມລິກາ ຈັດຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມ ຈໍານວນ 280 ຄົນ ແຕ່ສະໜາມບິນ San Francisco ກັບມາປະເທດຢ່າງປອດໄພ. ພາຍຫຼັງລົງຈອດຢູ່ສະໜາມບິນສາກົນ ເວິນໂດນ, ແຂວງກວ໋າງນິງ, ບຸກຄົນໃນຖ້ຽວບິນດັ່ງກ່າວ ໄດ້ປະຕິບັດການກວດສຸຂະພາບ ແລະ ແຍກຕົວລວມໝູ່ຖືກຕ້ອງຕາມຂໍ້ກໍານົດ. 

ຕອບກັບ

ຂ່າວ/ບົດ​ອື່ນ