ຫວຽດ​ນາມ - ຈຸດ​ເດັ່ນ​ໃນ​ຍຸດ​ທະ​ສາດ ອາ​ຊີ ຂອງ ອີ​ຕາ​ລີ

(VOVWORLD) - ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໄດ້ພັດທະນາຢ່າງແຮງ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອີຕາລີ ໃນອາຊຽນ ດ້ວຍວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6ດ9 ຕື້ USD, ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ປີກ່ອນ.
ຫວຽດ​ນາມ - ຈຸດ​ເດັ່ນ​ໃນ​ຍຸດ​ທະ​ສາດ ອາ​ຊີ ຂອງ ອີ​ຕາ​ລີ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ (ພາບ:TTXVN

ມີຜູ້ແທນກວ່າ 120 ທ່ານ ທີ່ມາຈາກບັນດາອົງການການທູດ, ອຳນາດການປົກຄອງ ແລະ ວິສາຫະກິດ ໄດ້ເຂົ້າຮ່ວມກອງປະຊຸມ “ພົບປະອາຊີ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 14 ມີນາ, ຢູ່ສຳນັກງານຄະນະປົກຄອງນະຄອນ ໂຣມ, ອີຕາລີ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຫຼັກແຫຼ່ງໃນການພົວພັນສອງຝ່າຍ, ພິເສດແມ່ນການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ.

        ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ໄດ້ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໄດ້ພັດທະນາຢ່າງແຮງ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອີຕາລີ ໃນອາຊຽນ ດ້ວຍວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6ດ9 ຕື້ USD, ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ປີກ່ອນ.

        ໃນກອງປະຊຸມ, ບັນດານັກຊ່ຽວຊານໄດ້ສຸມໃສ່ປຶກສາຫາລືກ່ຽວກັບວັດທະນະທຳ, ມູນເຊືິ້ອຂອງ  04 ປະເທດ ອາຊີ ທີ່ມີສາຍພົວພັນສະໜິດແໜ້ນກັບ ອີຕາລີ ນັ້ນແມ່ນ ຫວຽດນາມ, ໄທ, ຈີນ ແລະ ຍີ່ປຸ່ນ. ທ່ານນາງ Francesca Leoncini, ຕາງໜ້າໃຫນສະພາປະຊາຊົນນະຄອນ ໂຣມ, ຢັ້ງຢືນວ່າ ອາຊີ ພວມແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບບັນດາວິສາຫະກິດ ອີຕາລີ. ໃນນັ້ນ ຫວຽດນາມ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນເຕີບໂຕສູງ, ໂດຍໂຣມ ແລະ ອີຕາລີ ຖືເປັນສຳຄັນໃນຍຸດທະສາດພັດທະນາສາຍພົວພັນຄູ່ຮ່ວມມື.


ຕອບກັບ

ຂ່າວ/ບົດ​ອື່ນ