ຫວຽດນາມ ຈະບັນລຸໄດ້ຜົນງານຫລາຍຢ່າງໃນປີ 2017

ຫວຽດນາມ ຈະບັນລຸໄດ້ຜົນງານຫລາຍຢ່າງໃນປີ 2017 - ảnh 1
(ພາບປະກອບ)

(vovworld) - ​​ ​ຕອບ​ສຳພາດຕໍ່​ສຳນັກ​ຂ່າວສານ Sputnik, ນັກ​ຊ່ຽວຊານ ລັດ​ເຊຍ ຫລາຍທ່ານ ຄາດຄະ​ເນ​ວ່າ ປີລະກາ 2017 ຈະ​ແມ່ນ​ປີ​ທີ່ປະສົບ​ຜົນ​ສຳ​ເລັດ​ຜົນ​ສຳລັບ ຫວຽດນາມ. ທ່ານ Evgeny Alazunov ປະທານກິ​ຕິ​ມະ​ສັກ​ສີສະ​ມາ​ຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ຄາດຄະ​ເນ​ວ່າ ປີ 2017 ຈະ​ແມ່ນ​ປີ​ນຳ​ມາ​​ເຊິ່ງຜົນງານ​ໃໝ່​ຫລາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ກໍ່​ຄື​ປັບປຸງ​ການ​ພົວພັນ ລັດ​ເຊຍ - ຫວຽດນາມ. ທ່ານ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ເປັນ​ແບບຢ່າງ​ໃຫ້​ບັນດາ​ປະ​ເທ​ດ ອາຊີ​ຕາ​ເວັນ​ອອກ​ສ່ຽວ​ໃຕ້ ​ແລະ ຈະ​ສືບ​ຕໍ່​ຮັກສາ​ທີ່​ຕັ້ງ​​ເປັນ​ແຖວ​ໜ້າ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ໃນສະມາຄົມ​ປະຊາຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກໍ່​ຄື​ປະ​ກອບ​ສ່ວນ​​​ໃຫ້ການ​ພັດຂອງ​ອົງການ​ນີ້ຫລາຍ​ກ່ວາ​ອີກ​. ນັກ​ຂ່າວ ທັງ​ເປັນ​ນັກ​ຄົ້ນຄວ້າປະຫວັດສາດ Piotr Tsvetov ​ເຊື່ອ​ໝັ້ນ​ວ່າ ປີ 2017 ຫວຽດນາມ ຈະ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ກ່ວາ ​ເມື່ອ​ທຽບ​ໃສ​ປີ 2016. ທ່ານ​ກໍ່​ຢືນຢັນ​ວ່າ ບັນດາ​ການ​ນຳ ຫວຽດນາມ ພວມ​ປະຕິບັດ​ຫລາຍ​ບາດກ້າວ​ເພຶ່ອ​ແກ້​ໄຂ​ບັນຫາ​ພາຍ​ໃນ​ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ທ່ານ Piotr Tsvetov ​ແລ້ວ ຄວາມ​ຫຍຸ້ງ​ຍາກ​ຂອງ ຫວຽດນາມ ມີ​ໜ້ອຍ​ກ່ວາ​ບັນດາ​ປະ​ເທດ​ອື່ນໆ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ