ຫວຽດນາມ ຈະປະກອບສ່ວນຢ່າງແທດຈິງແລະມີປະສິດທິຜົນໃຫ້ແກ່ກອປະຊຸມສະມັດຊາໃຫຍ່ AIPA 42

(VOVWORLD) -AIPA – 42 ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງຂອງ AIPA ຮ່ວມເດີນທາງພ້ອມກັບອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍ, ຊຸກຍູ້ຄວາມສາມັກຄີອາຊຽນ
ຫວຽດນາມ ຈະປະກອບສ່ວນຢ່າງແທດຈິງແລະມີປະສິດທິຜົນໃຫ້ແກ່ກອປະຊຸມສະມັດຊາໃຫຍ່ AIPA 42  - ảnh 1ທ່ານເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍເວັນເກືອງ
(ພາບ: quochoi.vn)

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 42 ດ້ວຍຫົວຂໍ້ວ່າ “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດດີຈີຕອນກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025” ຈະດຳເນີນໃນລະຫວ່າງວັນທີ 23 – 25 ສິງຫາ ທາງອອນລາຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ນຳໜ້າຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ.

          ທີ່ການປະຊຸມຂ່າວກ່ອນດຳເນີນເຫດການ, ໃນຕອນບ່າຍວັນທີ 20 ສິງຫາ, ທ່ານເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍເວັນເກືອງ ໃຫ້ຮູ້ວ່າ, ທີ່ AIPA – 42 ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະສົ່ງສານກ່ຽວກັບປະເທດຫວຽດນາມ ແຫ່ງການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ສະພາແຫ່ງຊາດຫວຽດນາມ ມີຄວາມຮັບຜິດຊອບ, ຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ວມມືລະຫວ່າງລັດຖະສະພາຫຼາຍຝ່າຍຢູ່ພາກພື້ນ, ເປັນເຈົ້າການ, ຕັ້ງໜ້າ, ຮ່ວມເດີນທາງພ້ອມກັບລັດຖະບານ ໃນການພັດທະນາເສດຖະກິດ, ສັງຄົມ ແລະ ການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ເຖິງເພື່ອນມິດຢູ່ພາກພື້ນ ແລະ ປະຊາຄົມສາກົນ.

            ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເມີນ ໃຫ້ຮູ້ວ່າ, AIPA – 42 ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງຂອງ AIPA ຮ່ວມເດີນທາງພ້ອມກັບອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍ, ຊຸກຍູ້ຄວາມສາມັກຄີອາຊຽນ, ພິເສດແມ່ນໃນຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ