ຫວຽດນາມ ຈະລະດົມແຫຼ່ງກຳລັງເພື່ອນຳເອົາກາຈ້ຳ ຮ່ວາງເດຈີບາວ ກັບມາປະເທດ

(VOVWORLD) -ດ້ວຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການຢູ່ພາຍໃນ ແລະ ຕ່າງປະເທດ, ການຂາຍປະມູນຈະໂຈະໄວ້ຮອດວັນທີ 10 ພະຈິກ 2022
ຫວຽດນາມ ຈະລະດົມແຫຼ່ງກຳລັງເພື່ອນຳເອົາກາຈ້ຳ ຮ່ວາງເດຈີບາວ ກັບມາປະເທດ - ảnh 1ກາຈ້ຳ ຮ່ວາງເດຈີບາວ (ກາຈ້ຳຂອງເຈົ້າຊີວິດ) ໃນສະໄໝ ຫງວຽນ
(ພາບ: Millon.com)

        ວັນທີ 03 ພະຈິກ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ດຳເນີນຢູ່ ຮ່າໂນ້ຍ, ກ່ຽວກັບຂໍ້ມູນຂ່າວທີ່ວ່າ ບໍລິສັດ Milion  (ຝລັ່ງ) ນຳເອົາ ກາຈ້ຳ ຮ່ວາງເດຈີບາວ (ກາຈ້ຳຂອງເຈົ້າຊີວິດ) ໃນສະໄໝ ຫງວຽນ ມາຂາຍປະມູນ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ, ດ້ວຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການຢູ່ພາຍໃນ ແລະ ຕ່າງປະເທດ, ການຂາຍປະມູນຈະໂຈະໄວ້ຮອດວັນທີ 10 ພະຈິກ 2022.

        “ໃນຊຸມມື້ຜ່ານມາ, ໂດຍປະຕິບັດຕາມການຊີ້ນຳຂອງການນຳລັດຖະບານ, ກະຊວງການຕ່າງປະເທດ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ຂ້າງອົງການ UNESCO ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລກປ່ຽນກັບກະຊວງການຕ່າງປະເທດ, ກະຊວງວັດທະນະທຳ ຝລັ່ງ, ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ, ການນຳອົງການ UNESCO ແລະ ອົງການຂາຍປະມູນ ເພື່ອຢຸດຕິການຂາຍປະມູນໂດຍຊົ່ວຄາວ. ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ຫວຽດນາມ ຈະຊີ້ນຳໃຫ້ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ຄະນະຜູ້ແທນ ຫວຽດນາມ ຢູ່ຂ້າງອົງການ UNESCO ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເພື່ອຊອກຫາຄວາມອາດສາມາດ ແລະ ຜັນຂະຫຍາຍບັນດາມາດຕະການທີ່ຈຳເປັນເພື່ອນຳເອົາວັດຖຸບູຮານນີ້ກັບມາປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ