(vovworld) - ວັນທີ 17/6, ຢູ່ ຫາຍຟ່ອງ, ກົມຄຸ້ມຄອງຊັບພະຍາກອນແຫລ່ງນ້ຳ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ) ສົມທົບກັບກອງທຶນສາກົນປົກປັກຮັກສາທຳມະຊາດໂລກ (WWF) ແລະ ສູນພັດທະນາຊັບພະຍາກອນນ້ຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແບບຍືນຍົງ (CEWAREC) ຈັດຕັ້ງກອງປະຊຸມສຳມະນາທາບທາມຄວາມເຫັນແຫ່ງຊາດກ່ຽວກັບສົນທິສັນຍາສະຫະປະຊາຊາດກ່ຽວກັບການນຳໃຊ້ແຫຼ່ງນ້ຳລະຫວ່າງປະເທດ ເພື່ອບັນດາຈຸດປະສົງປອດຄົມມະນາຄົມທາງນ້ຳ 1997. ຕາມທ່ານ ຫງວຽນເອີນນຽນ, ສັງກັດສະມາຄົມວິທະຍາສາດ ແລະ ເຕັກນິກ ນະຄອນ ໂຮ່ຈີມິນ ແລ້ວ, ຫວຽດນາມ ນອນໃນເຂດລຸ່ມແມ່ນ້ຳສາຍໃຫຍ່, ດັ່ງນັ້ນ ເລື່ອງເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບການນຳໃຊ້ແຫຼ່ງນ້ຳປອດຄົມມະນາຄົມ ບໍ່ພຽງແຕ່ແມ່ນປັດໄຈເປັນຕາຍໃນການສະກັດກັ້ນການປ່ອຍນ້ຳທີ່ກໍ່ໄພນ້ຳຖ້ວມຢູ່ເຂດລຸ່ມແມ່ນ້ຳໃນຍາມລະດູຝົນ, ຫາກຍັງຮັບປະກັນຄວາມຕ້ອງການນ້ຳຫົດ, ພັດທະນາຢູ່ບັນດາເຂດທົ່ງພຽງ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບໃນລະດູແລ້ງ. ກໍ່ຕາມທ່ານ ຫງວຽນເອີນນຽນ ແລ້ວ, ເລື່ອງເຂົ້າຮ່ວມສົນທິສັນຍາຈະແມ່ນສະພາບແວດລ້ອມທີ່ດີເພື່ອໃຫ້ ຫວຽດນາມ ສ້າງສຳເລັດວຽກງານວາງແຜນກຳນົດ, ຄຸ້ມຄອງແຫຼ່ງຊັບພະຍາກອນນີ້.