ຫວຽດນາມ ຍາດໄດ້ 2 ຫຼຽນຄຳ ທີ່ການເສັງ Olympic ວິຊາຟີຊິກສາດ ສາກົນປີ 2013

ຫວຽດນາມ ຍາດໄດ້ 2 ຫຼຽນຄຳ ທີ່ການເສັງ Olympic ວິຊາຟີຊິກສາດ ສາກົນປີ 2013 - ảnh 1
ນ້ອງ ໂງ​ຟີ​ລອງ- ຜູ້ຍາດໄດ້ຫຼຽນຄຳໃນການ​ເສັງ Olympic ຟີ​ຊິກສາດ ສາກົນ​ປີ 2013
(ພາບ: tienphong.vn)

(vovworld) – ທິມຊາດ ຫວຽດນາມ, ​ເຊິ່ງລວມມີນັກຮຽນ 5 ຄົນ​ເຂົ້າ​ຮ່ວມການ​ເສັງ Olympic ຟີ​ຊິກສາດ ສາກົນ​ປີ 2013 ​ແຕ່​ວັນ​ທີ 5 – 15/7 ຢູ່​ປະ​ເທດ​ແດນ​ມາດ ລ້ວນ​ແຕ່​ຍາດ​ໄດ້​ຫຼຽນລາງວັນ, ​ໃນ​ນັ້ນ​ມີ​ຫຼຽນຄຳ 2 ຫຼຽນ, ຫຼຽນ​ເງິ​ນ 1 ຫຼຽນ ​ແລະ ຫຼຽນທອງ 1 ຫຼຽນ. ຜູ້​ຍາດ​ໄດ້​ຫຼຽນ​ຄຳ​ແມ່ນ ບຸ່ຍກວາງ​ຕູ໋, ນັກຮຽນ​ມໍ 7, ສັງກັດໂຮງຮຽນ​ມັດທະ​ຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ ຮ່າ​ໂນ້ຍ - Amsterdam, ນະຄອນ ຮ່າ​​ໂນ້ຍ ​ແລະ ​ໂງ​ຟີ​ລອງ, ນັກຮຽນ​ມໍ 7, ​ໂຮງຮຽນ​ມັດທະ​ຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ​​ ​ເຊີນ​ລາ, ​ແຂວງ ​ເຊີນ​ລາ.

ຂ່າວ/ບົດ​ອື່ນ