ຫວຽດນາມ ຍາມໃດກໍ່ມານະພະຍາຍາມສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບເພື່ອຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ມີຄວາມມານະພະຍາຍາມສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບເພື່ອຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ
(ພາບ: qdnd.vn)

ວັນທີ 08 ກໍລະກົດ, ທີ່ການປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບການເຂົ້າຮ່ວມຂອງແມ່ຍິງໃນກຳລັງຕຳຫຼວດທະເລ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ມີຄວາມມານະພະຍາຍາມສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງມີໂອກາດສຳຜັດ ແລະ ເຂົ້າຮ່ວມທຸກຂົງເຂດຂອງຊີວິດສັງຄົມໃຫ້ຫຼາຍກວ່າອີກ, ໃນນັ້ນມີເລື່ອງຍົກສູງທີ່ຕັ້ງ, ບົດບາດຂອງແມ່ຍິງໃນບັນດາກຳລັງປະກອບອາວຸດ. ບັນດາຄວາມມານະພະຍາຍາມໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຂອງ ຫວຽດນາມ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ.

        ໂດຍໄດ້ຮັບຫຼາຍທີ່ຕັ້ງ, ຕຳແໜ່ງວຽກກງານທີ່ແຕກຕ່າງກັນ, ໃນໄລຍະຜ່ານມາ, ກຳລັງຕຳຫຼວດທະເລ ຫວຽດນາມ ຍາມໃດກໍ່ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນຫັນການປະຕິບັດບັນດາຄຳໝັ້ນສັນຍາດ້ານການເມືອງຂອງພັກ ແລະ ລັດ ໃຫ້ປະກົດຜົນເປັນຈິງ ດ້ວຍບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາສາກົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ