ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງໂຮນລັງຢູ່ອາຊີ

(VOVWORLD) -ໃນໄລຍະຜ່ານມາ, 2 ປະເທດໄດ້ຮ່ວມມືກັນໃນຫຼາຍຂົງເຂດຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນຂົງເຂດອຸດສາຫະກຳ, ນຳໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ເສດຖະກິດຄົບວົງຈອນ… ມຸ່ງໄປເຖິງການພັດທະນາແບບຍືນຍົງ.
ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງໂຮນລັງຢູ່ອາຊີ - ảnh 1ທີ່ກອງປະຊຸມທາງອອນລາຍ
(ພາບ: bnews/TTXVN)

ຕອນບ່າຍວັນທີ 14 ມັງກອນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ດຳເນີນກອງປະຊຸມທາງອອນລາຍກັບທ່ານນາງລັດຖະມົນຕີກະຊວງເສດຖະກິດການຕ່າງປະເທດ ແລະ ຮ່ວມມືພັດທະນາໂຮນລັງ Sigrid Kaag ພ້ອມກັບ CEO ຂອງວິສາຫະກິດໃຫຍ່ໂຮນລັງ 13 ແຫ່ງ ເພື່ອແລກປ່ຽນສະພາບການຜັນຂະຫຍາຍການປະຕິບັດສັນຍາການຄ້າເສລີລະຫວ່າງຫວຽດນາມ - ອີຢູ (EVFTA) ແລະ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດການຄ້າ 2 ຝ່າຍ ແລະ ການລົງທຶນໃນຂົງເຂດອຸດສາຫະກຳລະຫວ່າງ 2 ປະເທດ.

        ທີ່ກອງປະຊຸມ, ທ່ານນາງລັດຖະມົນຕີ Sigrid Kaag ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືແຖວໜ້າຂອງໂຮນລັງ ຢູ່ອາຊີ. ໃນໄລຍະຜ່ານມາ, 2 ປະເທດໄດ້ຮ່ວມມືກັນໃນຫຼາຍຂົງເຂດຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນຂົງເຂດອຸດສາຫະກຳ, ນຳໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ເສດຖະກິດຄົບວົງຈອນ… ມຸ່ງໄປເຖິງການພັດທະນາແບບຍືນຍົງ. ພິເສດ, ສັນຍາ EVFTA ໄດ້ເປີດກາລະໂອກາດທີ່ໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ວິສາຫະກິດຂອງ 2 ປະເທດ ແລະ ແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ 2 ຝ່າຍພ້ອມກັນຮ່ວມມືຢ່າງເລິກເຊິ່ງກວ່າ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ໄດ້ຍົກອອກບັນດາມາດຕະການລະອຽດ ເຊິ່ງວິສາຫະກິດຂອງໂຮນລັງ ແຕ່ລະແຫ່ງມີຄວາມສົນໃຈ; ເຮັດແຈ້ງບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການປະຕິບັດສັນຍາ EVFTA ແລະ ຫວຽດນາມ ສາມາດໜູນຊ່ວຍສິ່ງໃດໃນຍຸດທະສາດຂອງບັນດານັກລົງທຶນໂຮນລັງ ເພື່ອນຳຫວຽດນາມ ໃຫ້ກາຍເປັນສູນກາງຜະລິດ ແລະ ໃຊ້ສອຍຢູ່ພາກພື້ນອາຊຽນ.

        ລັດຖະມົນຕີທັງ 2 ທ່ານໄດ້ຢືນຢັນວ່າ ຈະສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດນຳໃຊ້ບັນດາກາລະໂອກາດເມື່ອສັນຍາການຄ້າເສລີ EVFTA ມີຜົນສັກສິດໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ