ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຂອງ ສ​ປ​ຊ

(VOVWORLD) -ວັນທີ 20 ກັນຍາ, ອົງການຫໍສະໝຸດ ແລະ ເກັບຮັກສາຂອງ ສປຊ  ປະຈຳ ເຊີແນວ ໄດ້ເປີດງານວາງສະແດງເອກະສານ ແລະ ວັດຖຸພັນປະຫວັດສາດ ເພື່ອສະເຫຼີມສະຫຼອງ 100 ປີ ແຫ່ງລັດທິຫຼາຍຝ່າຍຢູ່ ເຊີແນວ (1920 – 2020) ເພື່ອເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫຼາຍຝ່າຍໃນໂລກທີ່ພວມມີການປ່ຽນແປງຫຼາຍຢ່າງຄືໃນປັດຈຸບັນນີ້. 
ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຂອງ ສ​ປ​ຊ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ລົງລາຍເຊັນໃສ່ປ້າຍໂຄສະນາ ກົດບັດ ສປຊ(ພາບ: TTXVN)

ໂອກາດນີ້ ກໍກົງກັບການສະເຫຼີມສະຫຼອງ 45 ປີ ແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ (20/9/1977 – 20/09/2022), ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ຢູ່ ເຊີແນວ, ໄດ້ລົງລາຍເຊັນໃສ່ປ້າຍໂຄສະນາ ກົດບັດ ສປຊ ແລະ ພ້ອມກັບພະນັກງານ, ພາລະກອນຂອງຄະນະເຂົ້າຮ່ວມງານວາງສະແດງ ເພື່ອເປັນການສະແດງຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມມານະພະຍາຍາມຢ່າງຕັ້ງໜ້າຂອງ ຫວຽດນາມ ເພື່ອຍົກສູງ ແລະ ຊຸກຍູ້ລັດທິຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ