ຫວຽດນາມ ຕັດສິນສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດສະຫະປະຊາຊາດອາຍຸ​ການ 2014 -2016

ຫວຽດນາມ ຕັດສິນສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດສະຫະປະຊາຊາດອາຍຸ​ການ 2014 -2016 - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 25/2, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 22 ຂອງ ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ຢູ່ ​ເຊີ​ວິດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ຫວຽດນາມ ຟ້າ​ມບິນ​ມິນ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ຊີ້​ແຈງ​ວ່າ​ເ ​ໂລກ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ນັບ​ມື້​ນັບ​ສັບສົນ, ຍາກຈະຄາດຄະເນໄດ້ກ່ຽວ​ກັບ​ສິດທິ​ມະນຸດ. ທ່ານ​ໄດ້​ຢັ້ງຢືນ​ສິ່ງ​ດັ່ງກ່າວ​ຈະ​ແຈ້ງ​ກ່ວາ​ໃນ​ສະພາບ​ການ​ວິ​ກິດ​ການ​ເສດຖະກິດສືບ​ຕໍ່​ສົ່ງ​ຜົນ​ສະທ້ອນຢ່າງ​ແຮງ ​ເຖິງ​ເລື່ອງ​ຮັບປະ​ກັບ​ສິດທິ​ມະນຸດ​ຢູ່​ບັນດາປະເທດເກືອ​ບທັງ​ໝົດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ກໍ່​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ ກ່ຽວ​ກັບ​ສະພາບ​ການ​ຂາດສະຖຽນລະພາບ​ດ້ານ​ການ​ເມືອງ, ​ເສີກ​ກາງ​ເມືອງ, ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ, ພິ​ເສດ​ແມ່ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ເພີ່ມ​ຂຶ້ນ​ຢູ່​ຫຼາຍ​ບ່ອນ ທີ່​ພວມ​ວາງ​ອອກ​ບັນດາ​ການ​ທ້າ​ທາຍ​ຢ່ງໜັກໜ່ວງ​ຕໍ​ການ​ຮັບປະກັນ​ສິດ​ຂອງ​ພົນລະ​ເມື​ອງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ຫວຽດນາມ ຟ້າ​ມບິນ​ມິນ ​ເນັ້ນ​ໜັກ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຮັບປະກັນ​ສິດທິ​ມະນຸດ​ຂອງ ລັດ ຫວຽດນາມ ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຮັບ​ຮຸ້ຖື​ສິດທິ​ມະນຸດ​​ແມ່ນ​ຄຸນ​ຄ່າ​ລວມຂອງ​ມະນຸດ, ມີຕົ້ນກຳເນີດຈາກ​ມູນ​ເຊື້ອ​ປະຫວັດສາດ, ວັດທະນະທຳ​ນັບພັນປີ​ຂອງ​ຊາດ. ທ່ານລັດຖະມົນຕີ ກໍ່ຊີ້​ແຈງ​ນະ​ໂຍບາຍ, ກົດ​ໝາຍ, ຜົນງານ​ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ​ຢູ່ ຫວຽດນາມ ພ້ອມ​ທັງ​ຢັ້ງຢືນ​ນະ​ໂຍບາຍ​ເພີ່ມ​ທະວີ​ການປະກອບສ່ວນ ​ແລະ ຮ່ວມ​ມື​ສາກົນ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ພິ​ເສດ​ແມ່ນ​ການ​ໂອ້​ລົມ​ສົນທະນາ​ສິດທິ​ມະນຸ​ດ ກັບ​ຫຼາຍ​ປະ​ເທດ, ​ເຂົ້າ​ຮ່ວມ​ບັນດາ​ສົນທິສັນ​ຍາ​ສາກົນ ກ່ຽວ​ກັບ​ສິດທິ​ມະນຸດເກືອ​ບທັງ​ໝົດ​. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​​ດ ຟ້າ​ມບິນ​ມິນ ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ວ່າ: ຫວຽດນາມ ຕັດສິນສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດສະຫະປະຊາຊາດອາຍຸ​ການ 2014 -2016.

ຂ່າວ/ບົດ​ອື່ນ