ຫວຽດນາມ ຕິດໃນ Top 100 ຂອງຕາຕະລາງຈັດອັນດັບ FIFA ເດືອນ 12

(VOVWORLD) -ດ້ວຍການຮັກສາຜົນງານໃນຕະຫຼອດການແຂ່ງຂັນ AFF Cup 2018, ສືບຕໍ່ມີໜ້າໃນ Top 100 ຂອງຕາຕະລາງຈັດອັນດັບ FIFA.

ເຖິງວ່າ ຄວ້າໄດ້ລາງວັນຊະນະເລີດ World Cup 2018 ກໍຕາມ, ຝລັ່ງ ຍັງຄົງຖືກຈັດອັນດັບຢູ່ຕາມຫຼັງ ແບນຊິກ, ເຊິ່ງເປັນທິມບານເຕະ ທີ່ເສຍໃຫ້ ຝລັ່ງ ຢູ່ຮອບຮອງຊະນະເລີດ World Cup, ໃນຕາຕະລາງຈັດອັນດັບ ທີ່ສະຫະພັນບານເຕະ ໂລກ (FIFA) ໄດ້ປະກາດໃນວັນທີ 20 ທັນວາ. ແບນຊິກ ສືບຕໍ່ແມ່ນທິມທີ່ມີຄະແນນສູງທີ່ສຸດ ໃນຕາຕະລາງຈັດອັນດັບ FIFA ໃນເດືອນ ທັນວາ 2018 ຖັດມາ ແມ່ນ ຝລັ່ງ, ບຣາຊີນ, ກຣົວຊີ... ຕາມລໍາດັບ.

        ໃນຂະນະນັ້ນ, ທິມບານເຕະຫວຽດນາມ, ດ້ວຍການຮັກສາຜົນງານໃນຕະຫຼອດການແຂ່ງຂັນ AFF Cup 2018, ສືບຕໍ່ມີໜ້າໃນ Top 100 ຂອງຕາຕະລາງຈັດອັນດັບ FIFA. ເຖິງວ່າ ບໍ່ມີການປ່ຽນແປງ ກ່ຽວກັບລໍາດັບກໍຕາມ  ແຕ່ທິມບານເຕະຫວຽດນາມ ກໍໄດ້ເພີ່ມ 5 ຄະແນນ ເມື່ອທຽບໃສ່ເດືອນພະຈິກ ແລະ ມີຄະແນນທັງໝົດ 1.229 ຄະແນນ.


ຕອບກັບ

ຂ່າວ/ບົດ​ອື່ນ