ຫວຽດ​ນາມ ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບໜ້າ​ກ່ຽວ​ກັບດ້​ານ​ການເມືອງ ແລະ ຄວາມ​ໝັ້ນ​ຄົງ ຢູ່​ລີ​ບີ

(VOVWORLD) -ວັນທີ 28 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເປີດເຜີຍກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງຄະນະປະຕິບັດການໜູນຊ່ວຍຂອງ ສປຊ ປະຈຳ ລີບີ (UNSMIL).
ຫວຽດ​ນາມ ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ຄືບໜ້າ​ກ່ຽວ​ກັບດ້​ານ​ການເມືອງ ແລະ ຄວາມ​ໝັ້ນ​ຄົງ ຢູ່​ລີ​ບີ - ảnh 1

ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການ ລີບີ

ທ່ານເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ຟ້າມຫ໋າຍແອັງ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າກ່ຽວກັບດ້ານການເມືອງ ແລະ ຄວາມໝັ້ນຄົງ ຢູ່ ລີບີ, ທ່ານຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ສຳລັບມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານໂດຍ ຊາວຊີບີ ນຳພາ ແລະ ເປັນເຈົ້າຂອງ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ລີບີ. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ລີບີ ສືບຕໍ່ບັນລຸໄດ້ໝາກຜົນແທດຈິງ ໃນການປະຕິບັດຂໍ້ຕົກລົງຢຸດຍິງ, ສ້າງລັດຖະບານຊົ່ວຄາວໂດຍໄວ ເພື່ອເລີ່ມດຳເນີນວິວັດການຂ້າມຜ່ານ ມຸ່ງໄປສູ່ການເລືອກຕັ້ງ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ສະຖຽນລະພາບທີ່ຍາວນານຢູ່ລີບີ. 

        ທ່ານກໍ່ຕີລາຄາສູງຄວາມມານະພະຍາຍາມຂອງ ຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ປະຈຳ ລີບີ, ຜູ້ຮັກສາສິດຜູ້ຕາງໜ້າພິເສດ, ບັນດາປະເທດບ້ານໃກ້ເຮືອນຄຽງ, ອົງການຈັດຕັ້ງໃນພາກພື້ນ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງ ໃນການຊຸກຍູ້ ວິວັດທະນາການສ້າງສັນຕິພາບຢູ່ ລີບີ ໃນໄລຍະທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ