ຫວຽດນາມ ຕອບສະໜອງ “ວັນລະນຶກເຖິງຫາບັນດາຜູ້ເສຍຊີວິດຍ້ອນອຸບັດຕິເຫດທາງຄົມມະນາຄົມໂລກ”

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການພາກລັດຂັ້ນສູງກາງ ແລະ ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ໝູ່ຄະນະ ແລະ ປະຊາຊົນທຸກຄົນ ຈົ່ງປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບຄວາມປອດໄພທາງຄົມມະນາຄົມຢ່າງເຂັ້ມງວດ.

ຫວຽດນາມ ຕອບສະໜອງ “ວັນລະນຶກເຖິງຫາບັນດາຜູ້ເສຍຊີວິດຍ້ອນອຸບັດຕິເຫດທາງຄົມມະນາຄົມໂລກ” - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ

(ພາບ: TTXVN)

ຕອບສະໜອງ “ວັນລະນຶກເຖິງບັນດາຜູ້ເສຍຊີວິດຍ້ອນອຸບັດຕິເຫດທາງຄົມມະນາຄົມໂລກ” ໂດຍສະມັດຊາໃຫຍ່ສະຫະປະຊາຊາດປຸກລະດົມ. ຕອນຄ່ຳວັນທີ 15 ພະຈິກ, ຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດຫວຽດນາມ ໄດ້ຈັດລາຍການ “ຜູ້ຮ່ວມເດີນທາງ” ແລະ ພິທີລະນຶກເຖິງບັນດາຜູ້ເສຍຊີວິດຍ້ອນອຸບັດຕິເຫດທາງຄົມມະນາຄົມ.

        ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ, ປະທານຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ສະແດງຄວາມໂສກເສົ້າເສຍດາຍເຖິງບັນດາຄອບຄົວທີ່ມີຜູ້ເສຍຊີວິດ, ພິການຕະຫຼອດຊີວິດຍ້ອນຖືກອຸບັດຕິເຫດທາງຄົມມະນາຄົມ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການພາກລັດຂັ້ນສູງກາງ ແລະ ທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ໝູ່ຄະນະ ແລະ ປະຊາຊົນທຸກຄົນ ຈົ່ງປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບຄວາມປອດໄພທາງຄົມມະນາຄົມຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ