ຫວຽດນາມ ຖືການພົວພັນຮ່ວມມືມິດຕະພາບກັບ ນາມີບີ ເປັນສຳຄັນ

(VOVWORLD) -ຍາມໃດ ຫວຽດນາມ ກໍ່ຖືການພົວພັນຮ່ວມມືກັບ Namibia ເປັນສຳຄັນ
ຫວຽດນາມ ຖືການພົວພັນຮ່ວມມືມິດຕະພາບກັບ ນາມີບີ ເປັນສຳຄັນ - ảnh 1ຝ່າຍ ຫວຽດນາມ ທີ່ການໂອ້ລົມສົນທະນາທາງໄກ
(ພາບ: dangcongsan.vn)

        ຕອນບ່າຍວັນທີ 24 ຕຸລາ, ຢູ່ສຳນັກງານການຕ່າງປະເທດ ຫວຽດນາມ, ທ່ານ ຟ້າມກວາງຮ້ຽວ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການໂອ້ລົມສົນທະນາທາງໄກກັບທ່ານ Jenully Matundu, ຮອງລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ນາມີບີ. ທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືການພົວພັນຮ່ວມມືກັບ Namibia ເປັນສຳຄັນ; ຕີລາຄາສູງການສົມທົບກັນລະຫວ່າງ 2 ຝ່າຍຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ. ສ່ວນທ່ານຮອງລັດຖະມົນຕີ Jenully Matundu ສະເໜີໃຫ້ ຫວຽດນາມ ແບ່ງປັນບົດຮຽນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສົມທົບກັນຜັນຂະຫຍາຍມະຕິເລກທີ 1325 (2000) ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງບັນດາການພົວພັນລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ສ້າງປະຖົມປັດໄຈໃຫ້ແກ່ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຕັດສິນໃຈຍົກສູງວົງເງິນການຄ້າ 2 ຝ່າຍ, ສົ່ງເສີມວິສາຫະກິດຊອກຫາກາລະໂອກາດລົງທຶນ, ຮ່ວມມືດຳເນີນທຸລະກິດຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ