ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ຮ່ວມມືກັບ ADB ຢ່າງມີປະສິດທິຜົນ

ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ຮ່ວມມືກັບ ADB ຢ່າງມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ Takehiko Nakao, ປະທານ​ ADB
(ພາບ: chinhphu.vn)


(vovworld) – ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ສືບ​ຕໍ່​ຮ່ວມ​ມື​ກັບ ADB ຢ່າງ​ມີ​ປະສິດທິ​ຜົນ. ນັ້ນ​ແມ່ນ​ຄຳ​ຢືນຢັນຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ທີ່​ການ​ຕ້ອນຮັບ​ທ່ານ Takehiko Nakao, ປະທານ​ທະນາຄານ​ພັດທະ​ນາ​ອາຊີ (ADB) ຊຶ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 18/09. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຂອບ​ໃຈ ADB ​ໄດ້​ໜູນ​ຊ່ວຍ​ທຶນຮອນ, ​​ໃຫ້​ຄຳປຶກສາ​ນະ​ໂຍບາຍ​ໃຫ້ວິວັດ​ການ​ພັດທະນາ​ຂອງ​ຫວຽດນາມ. ຊົມ​ເຊີຍ​ເລື່ອງ ADB ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢ​​ຸງ ຢືນຢັນ​ວ່າ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ໃຊ້​ແຫຼ່ງທຶນ​ກູ້​ຢືມ​ຈາກ ADB ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ການ​ພັດ​ທະນາ​ເສດຖະກິດ, ສັງຄົມ, ພ້​ອມທັງ​ໃຫ້​ຮູ້​ວ່າ, ຫວຽດນາມ ຈະ​ຈັດ​ແບ່ງ​ແຫຼ່ງທຶນສົມທົບ, ຍູ້ແຮງວິວັດການບຸກເບີກໜ້າພຽງເພື່ອປ່ອຍທຶນຢ່າງມີປະສິດທິຜົນ ສຳລັບບັນດາແຫຼ່ງທຶນກູ້ຢືມ​ຈາກ ADB.

        ສ່ວນ​ທ່ານ Takehiko Nakao ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຜົນ​ງາ​ນພັດທະນາ​ເສດຖະກິດ, ສັງຄົມ​ເຊິ່ງຫວຽດນາມ ບັນ​ລຸ​ໄດ້​ໃນ​ວິວັດ​ການ​ປ່ຽນ​ໃໝ່, ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ແກ້​ໄຂ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ, ຄອບ​ຄຸມ​ໄພ​ເງິນ​ເຟີ້, ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ, ຟື້ນ​ຟູ​ການ​ເຕີບ​ໂຕ. ທ່ານ Takehiko Nakao ຢືນຢັນ​ວ່າ, ADB ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ.

ຂ່າວ/ບົດ​ອື່ນ