ຫວຽດນາມ ຖືເປັນສຳຄັນຕໍ່ການປອດອາວຸດນິວເຄຼຍຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ສະແດງຄວາມວິຕົກກັງວົນກ່ຽວກັບຜົນຮ້າຍແຮງຂອງອາວຸດນິວເຄຼຍ
ຫວຽດນາມ ຖືເປັນສຳຄັນຕໍ່ການປອດອາວຸດນິວເຄຼຍຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ
(ພາບ: TTXVN)

        ວັນທີ 14 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຂຶ້ນກ່າວປາໄສໂດຍຕາງໜ້າໃຫ້ບັນດາປະເທດ ອາຊຽນ ທີ່ວາລະປຶກສາຫາລືກ່ຽວກັບຫົວຂໍ້ອາວຸດນິວເຄຼຍຢູ່ຄະນະກຳມະການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.

        ໂດຍຕາງໜ້າໃຫ້ບັນດາປະເທດ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ສະແດງຄວາມວິຕົກກັງວົນກ່ຽວກັບຜົນຮ້າຍແຮງຂອງອາວຸດນິວເຄຼຍ, ຢືນຢັນຄືນໃໝ່ເລື່ອງ ອາຊຽນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສາກົນເພື່ອມຸ່ງໄປເຖິງໂລກປອດອາວຸດນິວເຄຼຍ. ອາຊຽນ ສືບຕໍ່ຖືເປັນສຳຄັນລັດທິຫຼາຍຝ່າຍໃນຂົງເຂດຫຼຸດຜ່ອນກຳລັງອາວຸດ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ໃນນັນມີບົດບາດໃຈກາງຂອງສົນທິສັນຍາວ່າດ້ວຍການຫ້າມແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໃນກົນໄກທົ່ວໂລກກ່ຽວກັບການຫຼຸດຜ່ອນອາວຸດ, ຕ້ານການແຜ່ຂະຫຍາຍອາວຸດ ແລະ ນຳໃຊ້ນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ອາຊຽນ ຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ລົງນາມ, ໃຫ້ສັດຕະຍາບັນເພື່ອໃຫ້ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍ (CTBT) ມີຜົນສັກສິດໂດຍໄວ.

        ທ່ານ ດັ້ງຮ່ວາງຢາງ ຢືນຢັນວ່າ, ອາຊຽນ ໃຫ້ຄຳໝັ້ນສັນຍາມານະພະຍາຍາມຊຸກຍູ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ປອດອາວຸດນິວເຄຼຍ ແລະ ຫວ່າງແລ້ວນີ້ຫາກໍ່ຮັບຮອງເອົາແຜນການກະທຳ 2023 – 2027 ເພື່ອແນໃສ່ເປົ້າໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ