ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ກາ​ຢັກ​ສະ​ຖານ

(VOVWORLD) -ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ກາຢັກສະຖານ. 
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ກາ​ຢັກ​ສະ​ຖານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Mukhtar Tileuberdi ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສ. ກາຢັກສະຖານ (ພາບ: VTV1)

ຕອນບ່າຍວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Mukhtar Tileuberdi ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສ. ກາຢັກສະຖານ  ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17 ຫາວັນທີ 18 ສິງຫາ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ກາຢັກສະຖານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ. ພ້ອມທັງສະເໜີໃຫ້ ກາຢັກສະຖານ ສ້າງເງື່ອນໄຂສະດວກໃຫ້ສິນຄ້າປະເພດຕ່າງໆທີ່ເປັນທ່າແຮງຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດ ກາຢັກສະຖານ ແລະ ສົມທົບກັນ, ເອື້ອອຳນວຍຄວາມສະດວກກວ່າອີກໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນສອງຝ່າຍ.

ສ່ວນທ່ານ Mukhtar Tileuberdi ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຢັກສະຖານ ຢາກຍູ້ແຮງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ. ທ່ານຢັ້ງຢືນວ່າ ສອງຝ່າຍຍັງມີຫຼາຍກຳລັງບົ່ມຊ້ອນເພື່ອຮ່ວມມື, ໂດຍສະເພາະແມ່ນໃນຂົງເຂດ ກະສິກຳ, ການທ່ອງທ່ຽວ, ການຂົນສົ່ງ, ການເງິນ ແລະ ພະລັງງານສະອາດ.

Vu Khuyen

ຕອບກັບ

ຂ່າວ/ບົດ​ອື່ນ