ຫວຽດນາມ ບັນລຸຜົນງານ ສູງໃນການເສັງປະດິດສ້າງໄວໜຸ່ມ ສາກົນ 2013

ຫວຽດນາມ  ບັນລຸຜົນງານ ສູງໃນການເສັງປະດິດສ້າງໄວໜຸ່ມ ສາກົນ 2013 - ảnh 1
ນັກຮຽນໂຮງຮຽນ ຮ່າໂນ້ຍ Amsterdam ບັນລຸລາງວັນຄຳ
(ພາບ: Kim Dung-Chí Giáp/Vietnam+)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 9 – 11/5, ຢູ່​ນະຄອນຫຼວງ Kualalumpur, ປະ​ເທດ ມາ​ເລ​ເຊຍ, ​ໄດ້​ດຳ​ເນີນ​ການ​ເສັງ - ງານ​ວາງສະ​ແດງ​ສາກົນ​ປະດິດ​ສ້າງ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີ​ໄວໜຸ່ມ (IEYI) ຄັ້ງ​ທີ 9 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ທີ່​ມາ​ຈາກ 13 ປະ​ເທດ​ໃນ​ທົ່ວ​ໂລກ. ຄະນະ​ຫວຽດນາມ ​ໂດຍ​ ດຣ ຟານ​ຕູ່​ງ​ເມົ້າ, ຮອງ​ປະທານ​ສະຫະ​ສະມາຄົມ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ. ຫວຽດນາມ ​ເຂົ້າ​ຮ່ວມ IEYI 2013 ດ້ວຍ 9 ​ກິດຈະກຳ​ປະດິດ​ສ້າງ ​ແລະ ທັງ 9 ກິດຈະກຳ​ລ້ວນ​ແຕ່​ໄດ້​ຮັບ​ລາງວັນ, ​ໃນ​ນັ້ນ​​ໄດ້​ຮັບ 7 ຫຼຽນ​ຄຳ ​ແລະ  2 ຫຼຽນ​ເງິນ. ດຣ ຟານ​ຕູ່​ງ​ເມົ້າ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຜົນງານ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ພວກ​​ນັກຮຽນ ຫວຽດນາມ​ ​ເຂົ້າ​ຮ່ວມ​ການ​ເສັງ IEYI, ຜົນງານ​ທີ່​ພວກ​ນ້ອງ​ບັນ​ລຸ, ​ໄດ້​ຢັ້ງຢືນ​ຄຸນ​ນະ​ທາດ, ຄວາມ​ສາມາດ​ຂອງ​ນັກຮຽນ ຫວຽດນາມ ​ໃນ​ບັນດາ​ການ​ເສັງ​ສາກົນ.  ກິດຈະກຳ​ປະດິດ​ສ້າງທັງ​ໝົດ​ຂອງ​ນັກຮຽນ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາ​ສູງ​ຈາກ​ຄະນະ​ກຳມະການ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ກິດຈະກຳ​ບັນລຸ​ຄະ​ແນນ​ສູງ​​.

   

 

ຂ່າວ/ບົດ​ອື່ນ