ຫວຽດນາມ - ບຣູໄນ ມານະພະຍາຍາມເພື່ອເປີດເສັນທາງເຊື່ອມຕໍ່ດ້ານການຄ້າໂດຍໄວ
(VOVWORLD) -ຕອນບ່າຍວັນທີ 10 ມິຖຸນາ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ Dato Amin Abdullah ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດ ບຣູໄນ ໄດ້ມີການໂອ້ລົມທາງໂທລະສັບຕາມການສະເໜີຂອງຝ່າຍ ບຣູໄນ, ເພ່ືອແລກປ່ຽນກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດໃນ ສະພາບທີ່ ຫວຽດນາມ ພວມເປັນປະທານ ອາຊຽນ ໃນປີ 2020.
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: congthuong.vn)
|
ລັດຖະມົນຕີສອງທ່ານໄດ້ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ມານະພະຍາຍາມເພື່ອເປີດເສັ້ນທາງເຊື່ອມຕໍ່ດ້ານການຄ້າໂດຍໄວຜ່ານບັນດາສາຍການບິນການຄ້າສາກົນ, ບັນດາການຂົນສົ່ງທາງທະເລເມື່ອຄວບຄຸມເຊື້ອພະຍາດໄດ້.
ທ່ານ ເຈິ່ນຕ໊ວນແອັງ ກໍ່ແບ່ງປັນວ່າ ລັດຖະບານ ຫວຽດນາມພວມຄົ້ນຄ້ວາເພື່ອວາງອອກບັນດາແຜນຮ່າງການເຊື່ອມຕໍ່ບັນດາປະເທດ, ການເຊື່ອມຕໍ່ດ້ານການຄ້າ, ການທ່ອງທ່ຽວສຳລັບປະເທດປອດໄພ, ບໍ່ມີຜູ້ຕິດເຊື້ອໃໝ່ໃນ 30 ມື້ຫວ່າງມໍ່ໆມານີ້.
ທ່ານ Dato Amin Abdullah ສະເໜີໃຫ້ມີການຮ່ວມມືກັບ ຫວຽດນາມ ຢ່າງເໜ້ນແຟ້ນກ່ວາອີກເພື່ອກະກຽມໃຫ້ແກ່ການມອບຮັບໜ້າທີ່ບົດບາດເປັນປະທານ ອາຊຽນ ໃນປີ 2021 ໃຫ້ ບຣູໄນ; ພ້ອມທັງສະເໜີສ້າງຕັ້ງຊ່ອງທາງແລກປ່ຽນຂັ້ນເຕັກນິກຢ່າງເປັນປະຈຳເພື່ອປຶກສາຫາລືໃຫ້ແກ່ການມອບຮັບໜ້າທີ່ນີ້.