ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 60 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

(VOVWORLD) - ໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າປະກອບຄຳເຫັນໃນຫຼາຍວາລະປະຊຸມ, ວາລະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ຄື: ຊາວໜຸ່ມ ແລະ ສິດທິມະນຸດ; ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດທິມະນຸດ; ນ້ຳສະອາດ ແລະ ການອະນາໄມ; ສິດທິຂອງຜູ້ອາຍຸສູງ…
ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 60 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມຄັ້ງທີ 60 ສະພາສິດທິມະນຸດຂອງ ສປຊ ໄດ້ອັດລົງໃນວັນທີ 8 ຕຸລາ ຢູ່ນະຄອນ ເຊີແນວ, ສະວິດ, ສິ້ນສຸດ 3 ກອງປະຊຸມປະຈຳໄລຍະ ແລະ ຫຼາຍກິດຈະກຳໃນປີ 2025, ກໍຄື 9 ກອງປະຊຸມໃນທັງອາຍຸການ 2023 – 2025, ສ້າງຂີດໝາຍກ່ຽວກັບການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ.

ໃນກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ເປັນເຈົ້າການສ້າງ ແລະ ນຳສະເໜີຄຳເຫັນລວມກ່ຽວກັບການຊຸກຍູ້ສິດທິມະນຸດ ໄດ້ຮັບການສັກວັກຊິນ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ, ໄລ່ຮອດປັດຈຸບັນໄດ້ຮັບການອຸປະຖຳຈາກ 51 ປະເທດ ຢູ່ທັງ 5 ທະວີບ. ກໍໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າປະກອບຄຳເຫັນໃນຫຼາຍວາລະປະຊຸມ, ວາລະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ຄື: ຊາວໜຸ່ມ ແລະ ສິດທິມະນຸດ; ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດທິມະນຸດ; ນ້ຳສະອາດ ແລະ ການອະນາໄມ; ສິດທິຂອງຜູ້ອາຍຸສູງ…

ຕອບກັບ

ຂ່າວ/ບົດ​ອື່ນ