ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງເຂັ້ມງວດ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Mass, ວັນທີ 24 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເປີດຂັ້ນສູງທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ວ່າ “ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງ” ໂດຍ ເຢຍລະມັນ ປະເທດປະທານສະພາຄວາມໝັ້ນຄົງເດືອນ ກໍລະກົດ 2020 ພ້ອມກັບກຸ່ມບັນດາປະເທດທີ່ມີລັດສະນະດຽວກັນ (LMG) ຈັດຕັ້ງຂຶ້ນ.
ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງເຂັ້ມງວດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ 

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໄດ້ເນັ້ນໜັກວ່າ ໃນສະພາບການທີ່ ຫວຽດນາມ ເປັນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນນ້ຳທະເລຂຶ້ນສູງ ແລະ ຊຶມເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນນັ້ນ ຈະມີຄວາມໝາຍຍຸດທະສາດສຳລັບການພັດທະນາແບບຍືນຍົງຂອງ ຫວຽດນາມ.

        ການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາບຸລິມະສິດ ເຊິ່ງ ຫວຽດນາມ ຊຸກຍູ້ເມື່ອດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021. ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າເຂົ້າຮ່ວມໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຊຸກຍູ້ໃຫ້ສະພາຄວາມໝັ້ນຄົງມີສານການເມືອງຢ່າງແຮງ, ເປັນເອກະພາບກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ