ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ພ້ອມ​ກັບ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ, ຍາວ​ນານ​ຢູ່ ພາກ​ພື້ນ

(VOVWORLD) - ຕອນເຊົ້າວັນທີ 17 ກັນຍາ, ພິທີໄຂງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ - ການລົງທຶນ ຈີນ ອາຊຽນ (CABIS) ຄັ້ງທີ 20 ໄດ້ດຳເນີນຢູ່ນະຄອນໜານໜິງ, ແຂວງ ກວາງສີ, ປະເທດ ຈີນ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ພ້ອມ​ກັບ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ, ຍາວ​ນານ​ຢູ່ ພາກ​ພື້ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ໃນນັ້ນມີ ຫວຽດນາມ ຍາມໃດກໍ່ຮັບຮູ້ບັນດາການປະກອບສ່ວນສຳຄັນຂອງຈີນໃນການຊຸກຍູ້ການຮ່ວມມື ແລະ ວັດທະນາຖາວອນລວມຂອງພາກພື້ນ. ຫວຽດນາມ ສະໜັບສະໜູນການຮ່ວມມືຊ່ວຍເຫຼືອບົນຈິດໃຈເປີດອົກເປີດໃຈ, ສຸດຈິດສຸດໃຈ, ໄວ້ເນື້ອເຊື່ອໃຈ, ມີຄວາມສະເໝີພາບ, ເຊື່ອມຕໍ່ໜຶ່ງ ແລວ ຫນຶ່ງເສັ້ນທາງ ເພື່ອການວັດທະນາຖາວອນ ຂອງບັນດາຊາດໃນພາກພື້ນ ແລະ ທົ່ວໂລກ.

ທ່ານນາຍົດລັດຖະມົນຕີ ໃຫ້ຮູ້ວ່າໃນສະພາບການເສດຖະກິດໂລກ, ພາກພື້ນ ພວມມີການຟື້ນຟູຢ່າງຊັກຊ້າ, ຄວາມຕ້ອງການໃນການຊຸກຍູ້ການຮ່ວມມືນັບມື້ນັບເພີ່ມຂຶ້ນ,ຍິ່ງກ່ວາເວລາໃດໝົດ ອາຊຽນ ແລະ ຈີນ ຍິ່ງຕ້ອງຢຶດໝັ້ນກັບການເປີດກວ້າງຈິດໃຈຮ່ວມມື, ມີເຈດຕະນາດີໃນການຮ່ວມມື ແລະ ຜົນປະໂຫຍດໃນການຮ່ວມມື, ສູ້ຊົນບໍຫັນການເຄື່ອນໄຫວເສດຖະກິດ, ວິທະຍາສາດ - ເຕັກໂນໂລຢີເປັນການເມືອງ

ຫວຽດນາມ ປາດຖະໜາຢາກສືບຕໍ່ພ້ອມກັບ ຈີນ ແລະ ບັນດາປະເທດ ອາຊຽນ ປະຕິບັດສຳເລັດການເຈລະຈາຍົກລະດັບສັນຍາການຄ້າເສລີ ອາຊຽນ - ຈີນ version 3.0 ໂດຍໄວ, ຍົກລະດັບການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທາງບົກ, ທາງລົດໄຟ, ຜັນຂະຫຍາຍຮູບແບບດ່ານຊາຍແດນອັດສະລິຍະເຂົ້າການເຄື່ອນໄຫວ ໃນວົງກວ້າງ.

ແລະກໍ່ໃນຕອນສວາຍ ວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ ໜານໜິງ, ແຂວງ ກວາງສີ, ປະເທດ ຈີນກັບເມືອສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ ສິ້ນສຸດການເດີນທາງໄປເຂົ້າຮ່ວມ (CAEXPO) ແລະ (CABIS) ຄັ້ງທີ 20 ຢ່າງສົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ