ຫວຽດ​ນາມ ພວມ​ບືນ​ຕົວ​ຂຶ້ນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ

(VOVWORLD) -ໃນຍຸດສະໄໝລັດທິອາລັກຂາ ເຊິ່ງຫຼາຍພື້ນຖານເສດຖະກິດຖືກຕົກຕ່ຳ ຍ້ອນໂລກລະບາດໂຄວິດ - 19, ແຕ່ ຫວຽດນາມ ຍັງສືບຕໍ່ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບບັນດາບໍລິສັດຜະລິດນຳຂາອອກຂາເຂົ້າ. 
ຫວຽດ​ນາມ ພວມ​ບືນ​ຕົວ​ຂຶ້ນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ - ảnh 1ລະບົບຜະລິດເຄື່ອງເອເລັກໂຕນິກຂອງບໍລິສັດ Stanley ຢູ່ ຫວຽດນາມ (ພາບ: TTXVN)

   ວັນທີ 30 ມີນາ, ບໍລິສັດໄຈ້ອຸດສາຫະກຳທົ່ວໂລກ Counterpoint ທີ່ມີສຳນັກງານຕັ້ງຢູ່ ຮົ່ງກົງ (ຈີນ) ໄດ້ມີບົດຂຽນຖືວ່າ ຫວຽດນາມ ພວມເລື່ອນຂັ້ນໃນລະບົບສະໜອງທົ່ວໂລກ. ບົດຂຽນດັ່ງກ່າວ ໄດ້ເອົາລົງໃນເວັບໄຊ counterpointresearch.com ແລະ ໄດ້ເນັ້ນໜັກວ່າ, ໃນຍຸດສະໄໝລັດທິອາລັກຂາ ເຊິ່ງຫຼາຍພື້ນຖານເສດຖະກິດຖືກຕົກຕ່ຳ ຍ້ອນໂລກລະບາດໂຄວິດ - 19, ແຕ່ ຫວຽດນາມ ຍັງສືບຕໍ່ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບບັນດາບໍລິສັດຜະລິດນຳຂາອອກຂາເຂົ້າ. ນັບແຕ່ປີ 2020 – 2026, ຕະຫຼາດການບໍລິການຜະລິດເຄື່ອງເອເລັກໂຕນິກ (EMS) ຂອງ ຫວຽດນາມ ຈະມີການເຕີບໂຕຢູ່ໃນລະດັບ 5% ຕໍ່ປີ. ບົດຂຽນດັ່ງກ່າວ ຖືວ່າ ບັນດາປັດໄຈຕັ້ງໜ້າທີ່ເຮັດໃຫ້ ຫວຽດນາມ ກາຍເປັນສະຖານທີ່ສະດວກສຳລັບບັນດາບໍລິສັດຜະລິດນັ້ນ ລວມມີການປະຕິຮູບນະໂຍບາຍການລົງທຶນ ແລະ ດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ເຂົ້າຮ່ວມບັນດາສົນທິສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ, ເພີ່ມແຫຼ່ງທຶນ FDI ແລະ ມີທີ່ຕັ້ງພູນມີສາດທີ່ສະດວກ. ນອກຈາກນັ້ນ, ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ມີຊື່ສຽງດ້ວຍບັນດາຍຸດທະສາດຮອບດ້ານ, ແກ່ຍາວແຕ່ 5 – 10 ປີ ເປັນຕົ້ນແມ່ນ “ການຜະລິດຢູ່ ຫວຽດນາມ ປີ 2025: ຍຸດທະສາດ ແລະ ນະໂຍບາຍອຸດສາຫະກຳ ປີ 2025” ແລະ ວິໄສທັດປີ 2035.” ບັນດານະໂຍບາຍດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ປ່ຽນແປງລະດັບການເຕີບໂຕຂອງ ຫວຽດນາມ ໃນ 30 ປີ ຜ່ານມາ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂຮອງຮັບຂະແໜງອຸດສາຫະກຳຈາກ ຈີນ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ