ຫວຽດ​ນາມ ພ້ອມ​ແລ້ວທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ຂອງ ສ​ປ​ຊ ສຳ​ລັບ ຢູ​ແກຼນ

(VOVWORLD) -    ໃນລະຫວ່າງວັນທີ 23 ຫາວັນທີ 24 ມີນາ (ຕາມເວລາ ນິວຢອກ), ສະມັດຊາໃຫຍ່ ສປຊ ສືບຕໍ່ຈັດວາລະປະຊຸມດ່ວນຄັ້ງທີ 11 ເພື່ອປຶກສາຫາລືກ່ຽວກັບສະພາບການ ຢູແກຼນ, ສຸມໃສ່ສະພາບການມະນຸດສະທຳ.
ຫວຽດ​ນາມ ພ້ອມ​ແລ້ວທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ຂອງ ສ​ປ​ຊ ສຳ​ລັບ ຢູ​ແກຼນ - ảnh 1ວາລະປະຊຸມດ່ວນຄັ້ງທີ 11 ເພື່ອປຶກສາຫາລືກ່ຽວກັບສະພາບການ ຢູແກຼນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢ້ຳຄືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ, ພິເສດແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ບໍ່ນຳໃຊ້ອາວຸດເຂົ້າໃນການພົວພັນສາກົນ.

        ກ່ຽວກັບສະພາບການມະນຸດສະທຳ ຍ້ອນເກີດການສູ້ຮົບກັນຢູ່ ຢູແກຼນ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ບຸລິມະສິດອັນຮີບດ່ວນ ທໍາອິດໃນປັດຈຸບັນແມ່ນ ຕ້ອງສຸມໃສ່ການຢຸດຕິການສູ້ຮົບກັນ, ປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ຈຳເປັນ, ຜັນຂະຫຍາຍການເຄື່ອນໄຫວມະນຸດສະທຳ ແລະ ຍົກຍ້າຍພົນລະເມືອງ.

        ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍຢືນຢັນການສະໜັບສະໜູນຂອງ ຫວຽດນາມ ຕໍ່ຄວາມມານະພະຍາຍາມມະນຸດສະທຳຂອງ ທ່ານເລຂາທິການໃຫຍ່, ບັນດາອົງການ ສປຊ, ບັນດາປະເທດໃນພາກພື້ນ ແລະ ຄູ່ຮ່ວມມືສາກົນ, ແລະ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຂອງ ສປຊ ສຳລັບ ຢູແກຼນ ຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ