ຫວຽດນາມ ມີຄຳໝັ້ນສັນຍາດ້ານການເມືອງຈະແຈ້ງ ແລະ ລະອຽດໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ

(VOVWORLD) - ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ດຳ ເນີນໃນລະຫວ່າງວັນທີ 06 – 07 ກໍລະກົດ ທີ່ສຳນັກງານສະຫະປະຊາຊາດ ຢູ່ ນິວຢອກ ປະເທດ ອາເມລິກາ.
ຫວຽດນາມ ມີຄຳໝັ້ນສັນຍາດ້ານການເມືອງຈະແຈ້ງ ແລະ ລະອຽດໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ - ảnh 1 ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: ຫວຽດນາມ+)

ນີ້ແມ່ນກອງປະຊຸມສຳຄັນໂດຍສະຫະປະຊາຊາດຈັດຕັ້ງ 2 ປີເທື່ອໜຶ່ງ ເພື່ອແນໃສ່ຈຸດໝາຍຕີລາຄາຄືນໃໝ່ການເຄື່ອນໄຫວຮັກສາສັນຕິພາບໃນໄລຍະເວລາ 2 ປີຜ່ານມາ ພ້ອມທັງ ຍົກອອກກຳນົດທິດແຫ່ງການເຄື່ອນໄຫວໃຫ້ປີຕໍ່ໄປ. ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍພົນໂທ ຟ້າມງັອກມິງ ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຮອງເລຂາທິການໃຫຍ່ສະຫະປະຊາຊາດ Jean Pierre Lacroix ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫລວງຂອງບັນດາປະເທດສົ່ງພົນທະຫານ, ໃນນັ້ນມີ ຫວຽດນາມ, ໃນການປະກອບສ່ວນຮັກສາສັນຕິພາບເປັນປົກກະຕິ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຕາມ, ກູ້ຊ່ວຍມະນຸດສະທຳໃຫ້ຊາວລີ້ໄພ, ປົກປັກຮັກສາສິ່ງແວດລ້ອມທຳມະຊາດ. ທີ່ກອງປະຊຸມ ຜູ້ແທນຫລາຍທ່ານໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາປະເທດຫາກໍ່ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ, ໃນນັ້ນມີ ຫວຽດນາມ. ຫວຽດນາມ ໄດ້ຮັບການຮັບຮູ້ແມ່ນມີບັນດາຄຳໝັ້ນສັນຍາດ້ານການເມືອງຈະແຈ້ງ ແລະ ບັນດາບາດກ້າວລະອຽດ, ໝັ້ນຄົງໃນວິວັດການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.

        ແລະກໍ່ໃນໄລຍະປະຕິບັດງານຢູ່ ນິວຢອກ, ພົນໂທ ຟ້າມງັອກມີງ ມີບັນດາການເຮັດວຽກຢູ່ນອກກອງປະຊຸມກັບຜູ້ຕ່າງໜ້າຂອງປະເທດຕ່າງໆ, ໃນນັ້ນ ມີຜູ້ຕ່າງໜ້າຜູ້ບັນຊາການປ້ອງກັນຊາດ ລາຊະອານາຈັກ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ