ຫວຽດ​ນາມ ມີ​ແຜນ​ການ​ຟື້ນ​ຟູ ​ຖ້ຽວ​ບິນ​ສາ​ກົນ

(VOVWORLD) -ຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມກ່ຽວກັບແຜນການຟື້ນຟູບັນດາຖ້ຽວບິນການຄ້າສາກົນ ນັບແຕ່ວັນທີ 5 ທັນວາ ຕາມຂໍ້ສະເໜີຂອງກະຊວງຄົມມະນາຄົມ ແລະ ຂົນສົ່ງ.

ຫວຽດ​ນາມ ມີ​ແຜນ​ການ​ຟື້ນ​ຟູ ​ຖ້ຽວ​ບິນ​ສາ​ກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຖືວ່າ, ການຟື້ນຟູບັນດາຖ້ຽວບິນການຄ້າສາກົນ ແມ່ນຄວາມຮຽກຮ້ອງຕ້ອງການຕົວຈິງ ໃນສະພາບປົກກະຕິໃໝ່, ພິເສດແມ່ນຕໍ່ຄວາມຕ້ອງການເດີນທາງໄປມາທີ່ເພີ່ມຂຶ້ນໃນຈຸດເວລາທ້າຍປີ. ເຖິງຢ່າງໃດກໍ່ຕາມ, ຄວາມຈຳເປັນທີ່ສຸດແມ່ນເລືອກເອົາບາງປະເທດ ທີ່ມີຄວາມປອດໄພຢູ່ລະດັບສູງ. ຜູ້ໂດຍສານເຂົ້າເມືອງ ຫວຽດນາມ ໃນບັນດາຖ້ຽວບິນຕ້ອງຕອບສະໜອງຕາມຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ສັກວັກຊິນກັນໂຄວິດ ຄົບ 2 ເຂັມ, ຫຼື ໄດ້ຮັບການປິ່ນປົວຫາຍດີຈາກໂລກລະບາດໂຄວິດ - 19, ມີຜົນກວດ  PCR ເປັນລົບ ໃນໄລຍະເວລາ 72 ຊົ່ວໂມງກ່ອນທີ່ຈະຂຶ້ນເຮືອບິນ.

ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກະກຽມໂປແກຼມແຈ້ງອາການສຸຂະພາບໃຫ້ເປັນເອກະພາບເພື່ອນຳໃຊ້ກັບຜູ້ເຂົ້າເມືອງ, ສ້າງຄວາມສະດວກໃຫ້ແກ່ການຄວບຄຸມໂລກລະບາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ມອບໃຫ້ຫ້ອງວ່າການລັດຖະບານລວບລວມຄຳເຫັນຂອງບັນດາກະຊວງ, ຂະແໜງການ, ກ່ຽວກັບບັນຫານີ້ ເພື່ອລາຍງານຕໍ່ນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ