ຫວຽດນາມ ມີແຜນນະໂຍບາຍແກ້ໄຂການພິພາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ

ຫວຽດນາມ ມີແຜນນະໂຍບາຍແກ້ໄຂການພິພາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
ທ່ານນາງ ຫງວຽນທິມິນງວຽດ
(ພາບ: baodatviet.vn)

(vovworld) – ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ການພິພາດ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ 2 ​ແຫ່ງຄື​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ. ຫວຽດນາມ ກໍ່​ຊົມ​ເຊີຍ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ທຸກໆ​ປະ​ເທດ​ທັງ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ເສລີພາບ ​ແລະ ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ຄຳຢືນຢັນ​ຂອງ​ທ່ານ​ນາງ ຫງວຽນ​ທິມິນ​ງວຽດ, ຮອງ​ຫົວໜ້າ​ກົມ​ກົດໝາຍ ​ແລະ ສົນທິສັນຍາ​ສາກົນ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ທີ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ກ່ຽວ​ກັບ​ຊາຍ​ແດນ ​ໂດຍ​ຫ​້ອງການອຸ​ທົກ​ກະສາ​ດ ອັງກິດ (ຫຼື UKHO), ມະຫາວິທະຍາ​ໄລ King’s College ​ແລະ ບໍລິສັດ​ທີ່​ປຶກສາ​ກົດໝາຍ​ສາກົນ Volterra Fietta ສົມທົບ​ກັນ​ຈັດ​ຕັ້ງ​ເມື່ອ​ວັນ​ທີ 19/4, ຢູ່​ລອນ​ດອນ, ປະ​ເທດ ອັງກິດ. ທ່ານ​ນາງ ຫງວຽນ​ທິມິນ​ງວຽດ ​ໃຫ້​ຮູ້​ວ່າ: ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ສ້າງ​ເອກະສານສຳຄັນ​ຫຼາຍ​ສະບັບ​ຄື: ຖະ​ແຫ​ລງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC) ປີ 2002, ຖະ​ແຫລ​ງການ 6 ຂໍ້​ເມື່ອ​ວັນ​ທີ 20/7/2012 ຂອງ ອາ​ຊຽນ ກ່ຽວ​ກັບ ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ກໍ່​ຕັ້ງໜ້າ​ຊຸກຍູ້​ສ້າງ​ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC) ​ໂດຍ​ໄວ. ຫວຽດນາມ ມານະ​ພະຍາຍາມຮັກສາສັນຕິ​ພາບ, ສະຖຽນ​ລະ​ພາບ​ບົນ​ພື້ນຖານ​ຮັກສາ​ສະພາບ​ດັ້ງ​​ເດີມ, ບໍ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ, ບໍ່​ມີ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ ຫຼື ນາບ​ຂູ່​ໃຊ້​ຄວາມ​ຮຸນ​ແຮງ. ຜູ້​ຕາງ​ໜ້າ ຫວຽດນາມ ກໍ່​ໃຫ້​ຮູ້​ວ່າ: ສຳລັບ​ບັນຫາ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ຫວຽດນາມ ມີ​ພະຍານ​ຫລັກ​ຖານ​ດ້ານ​ກົດໝາຍ ​ແລະ ປະຫວັດສາດ​ຢ່າງ​ພຽ​ງພໍ​ເພື່ອ​ພິສຸດ​ເລື່ອງ​ປະຕິບັດ​ສິດອະທິປະ​ໄຕ​ຂອງ​ຕົນ​ຢ່າງ​ຕໍ່​ເນື່ອງ ​ແລະ ສັນຕິພາບ. ສຳລັບ​ບັນດາ​ເຂດ​ທະ​ເລ ທີ່​ປະກາດ​ອະທິປະ​ໄຕ​ຊ້ອນ​ກັນ, ຫວຽດນາມ ມີ​ແຜ​ນນະ​ໂຍບາຍ​ເຈລະຈາ​ເພື່ອ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ແບບ​ຍຸດຕິ​ທຳ ​ແລະ ​ເໝາະ​ສົມ ​ໃຫ້​ແກ່​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ບົນ​ພື້ນຖານ​ນຳ​ໃຊ້​ກົດໝາຍ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ