ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ຕ​ັດ​ສິນ​ໃຈ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ

(VOVWORLD) - ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ໄດ້ດຳເນີນແຕ່ວັນທີ 14 – 17 ເມສາ, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ກໍຄືຄວາມຕັດສິນໃຈພ້ອມກັບປະຊາຄົມສາກົນຊຸກຍູ້ບັນດາຍຸດທະສາດກ່ຽວກັບການຫັນເປັນສີຂຽວ.
ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ຕ​ັດ​ສິນ​ໃຈ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຍຸ່ຍແທັງເຊີນ  (ພາບ: TTXVN) 

ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຍຸ່ຍແທັງເຊີນ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ  ກ່ຽວກັບຄວາມໝາຍຂອງກອງປະຊຸມ P4G ເຊິ່ງພວມດຳເນີນຢູ່ ຫວຽດນາມ.   

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:

        “ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຢັ້ງຢືນແນວທາງອັນຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ ໃນການພັດທະນາແບບຍືນຍົງ, ບໍ່ເສຍສະຫຼະຄວາມກ້າວໜ້າ, ຍຸຕິທຳສັງຄົມ ແລະ ສິ່ງແວດລ້ອມ ເພື່ອແລກເອົາການເຕີບໂຕເສດຖະກິດເທົ່ານັ້ນ. ການເຕີບໂຕສີຂຽວຕ້ອງປະກອບສ່ວນເຂົ້າໃນການຊຸກຍູ້ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ເພື່ອແນໃສ່ບັນລຸໄດ້ຄວາມວັດທະນາຖາວອນດ້ານເສດຖະກິດ, ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມຍຸຕິທຳໃນສັງຄົມ”.

        ມີຜູ້ແທນສາກົນປະມານ 600 ທ່ານ ທີ່ມາຈາກກວ່າ 40ປະເທດ ແລະ ອົງການຈັດຕັ້ງສາກົນລົງທະບຽນເຂົ້າຮ່ວມ. ກ່ຽວກັບໂຄງການດຳເນີນງານ, ຫວຽດນາມມີການແລກປ່ຽນຢ່າງຕັ້ງໜ້າ, ປຶກສາຫາລືກັບບັນດາປະເທດສະມາຊິກ P4G ແລະ ບັນດາປະເທດຄູ່ຮ່ວມມືເພື່ອກຳນົດຫົວຂໍ້ຂອງກອງປະຊຸມ, ໃນນັ້ນ ເລືອກເອົາຫົວຂໍ້ວ່າ “ຫັນເປັນສີຂຽວ, ຍືນຍົງ ແລະ ຖື ມະນຸດເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ