ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ພັດ​ທະ​ນາ​ມະ​ຫາ​ສະ​ໝຸດ​ຂຽວ, ຍືນ​ຍົງ​, ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຢ່າງ​ຄົບ​ຖ້ວນ

(VOVWORLD) -ກອງປະຊຸມຂັ້ນສູງຂອງ ສປຊ ກ່ຽວກັບການໜູນຊ່ວຍປະຕິບັດເປົ້າໝາຍພັດທະນາແບບຍືນຍົງຄັ້ງທີ 14 (SDG 14) ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດ, ທະເລ ແລະ ແຫຼ່ງຜົນປະໂຫຍດຈາກທະເລແບບຍືນຍົງ ໄດ້ດຳເນີນຢູ່ນະຄອນຫຼວງ Lisbon, ປະເທດປອກຕຸຍການໃນລະຫວ່າງວັນທີ 27 ມິຖຸນາ ຫາວັນທີ 1 ກໍລະກົດ. 
ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ພັດ​ທະ​ນາ​ມະ​ຫາ​ສະ​ໝຸດ​ຂຽວ, ຍືນ​ຍົງ​, ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຢ່າງ​ຄົບ​ຖ້ວນ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ນີ້ແມ່ນຄັ້ງທີ 2 ທີ່ບັນດາປະເທດສະມາຊິກສປຊ ໄດ້ໂຮມປະຊຸມກ່ຽວກັບບັນຫາຮີບດ່ວນນີ້, ດ້ວຍຫົວຂໍ້ “ທະວີຄູນການກະທຳເພື່ອມະຫາສະໝຸດ ອີງໃສ່ວິທະຍາສາດ ແລະ ການປ່ຽນແປງໃໝ່ ແນໃສ່ປະຕິບັດ SDG 14: ປະສົບການ, ຄູ່ຮ່ວມມື ແລະ ວິທີການແກ້ໄຂ”. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ມີບົດກ່າວປາໄສກ່ຽວກັບຫົວຂໍ້ “ຜັນຂະຫຍາຍເປົ້າໝາຍພັດທະນາແບບຍືນຍົງຄັ້ງທີ 14 (SDG 14) ຜ່ານການປະຕິບັດສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ, ປະຕິບັດ SDG 14. ການຮຽກທວງສິດ ແລະ ປະຕິບັດສິດຜົນປະໂຫຍດທາງທະເລ ຕ້ອງສອດຄ່ອງກັບສົນທິສັນຍາກ່ຽວກັບກົດໝາຍວ່າດ້າຍທະເລ. ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ການເຈລະຈາສ້າງກອບນິຕິກຳໃໝ່ຕ້ອງ ສອດຄ່ອງ ກັບສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ.

ທີ່ການປຶກສາຫາລື ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສປຊ, ເນັ້ນໜັກວ່າ ພື້ນຖານເພື່ອປະຕິບັດ SDG 14 ແມ່ນເຄົາລົບ ແລະ ປະຕິບັດສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຢ່າງຄົບຖ້ວນ, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດແຄມທະເລ. ໃນນັ້ນ, ມີສິດປະຕິບັດການເຄື່ອນໄຫວດ້ານເສດຖະກິດທາງທະເລຢ່າງເປັນປົກກະຕິ ຕາມສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ, ຊຸກຍູ້ການແກ້ໄຂການຂັດແຍ້ງສາກົນ ໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ