ຫວຽດນາມ ຢືນຢັນວ່າ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ແລະ ອຳນວຍຄວາມສະດວກໃຫ້ບັນດານັກລົງທຶນຕ່າງປະເທດ

(VOVWORLD) - ຕອນຄ່ຳວັນທີ 24 ພຶດສະພາ, ກ່າວຄຳເຫັນກັບບາງວິສາຫະກິດແຖວໜ້າຂອງ ສ.ເກົາຫຼີ ຢູ່ ເຊີອູນ ໃນການຢ້ຽມຢາມປະເທດ ສ.ເກົາຫຼີ ແຕ່ວັນທີ 22 – 27 ພຶດສະພາ, 
ຫວຽດນາມ ຢືນຢັນວ່າ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ແລະ ອຳນວຍຄວາມສະດວກໃຫ້ບັນດານັກລົງທຶນຕ່າງປະເທດ - ảnh 1 ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໋ຽນຢຸງ ແລະ ບັນດານັກລົງທຶນ ສ.ເກົາຫຼີ (ພາບ:TTXVN )

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໋ຽນຢຸງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງເລື່ອງອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດເຂົ້າມາລົງທຶນ ແລະ ທຳການຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ. ທີ່ການພົບປະ, ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງເລື່ອງອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດໃນການເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດ ໂດຍຜ່ານການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ ເພື່ອພັດທະນາເສດຖະກິດ-ສັງຄົມປະເທດຊາດ. ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ສະແດງໃຫ້ເຫັນຄວາມປາດຖະໜາຢາກໃຫ້ລັດຖະບານ ກໍ່ຄືບັນດາວິສາຫະກິດ ສ.ເກົາຫຼີ ແບ່ງປັນບົດຮຽນ, ໜູນຊ່ວຍ ຫວຽດນາມ ກໍ່ສ້າງ ແລະ ພັດທະນາລັດຖະບານເອເລັກໂຕນິກ.

        ທີ່ການພົບປະດັ່ງກ່າວ, ຜູ້ຕາງໜ້າບາງວິສາຫະກິດ ແລະ ສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ກໍ່ສະແດງຄວາມຂອບໃຈລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ບັນດານັກລົງທຶນ ສ.ເກົາຫຼີ ເຂົ້າມາລົງທຶນຢູ່ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ